ທ່ານລັດຖະມົນຕີການຕ່າງປະເທດຈີນ
ແລະ ທ່ານລັດຖະມົນຕີການຕ່າງປະເທດສ.ເກົາຫຼີ
( ພາບ: vtv.vn )
( vovworld ) – ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງ 3 ປະເທດ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ຖືກໄຂຂຶ້ນໃນວັນທີ 8/4 ຢູ່ ໜີງປົວ, ເຈຍຈຽງ, ປະເທດຈີນ. ກອງປະຊຸມຄັ້ງນີ້ຈະສະຫຼຸບຄືນບັນດາດານພັດທະນາທີ່ບັນລຸໄດ້ໃນການຮ່ວມມື 3 ຝ່າຍໃນໄລຍະທີ່ຜ່ານມາ, ປຶກສາຫາລືວຽກງານກະກ່ຽມໃຫ້ແກ່ກອງປະຊຸມຂັ້ນສູງ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຄາດວ່າຈະດຳເນີນໄປໃນກາງປີ 2012, ພ້ອມກັນນັ້ນກໍ່ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນ. ກອງປະຊຸມຖືກດຳເນີນໄປໃນສະພາບການພາກພື້ນພວມເພີ່ມຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງການຍິງດາວທຽມຂອງສປປ.ເກົາຫຼີ, ເພາະສະນັ້ນ, ຫາງສຽງໄດ້ເອົາໃຈໃສ່ເປັນພິເສດເຖິງກອງປະຊຸມ. ກ່ອນໜ້ານັ້ນ,ຢູ່ບັນດາການພົບປະສອງຝ່າຍກັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Koichiro ແລະ ທ່ານລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Kim Sung Hwan ເມື່ອວັນທີ 7/4, ທ່ານລັດຖະມົນຕີການຕ່າງປະເທດຈີນ ຢາງເຈຍຊື້ ໄດ້ຖືວ່າ ການຮັກສາສັນຕິພາບ, ສະຖຽນລະພາບໃນແຫຼມເກົາຫຼີ, ແລະ ສ້າງສະຖຽນລະພາບຢ່າງຍາວນານຢູ່ພາກພື້ນອາຊີຕາເວັນອອກສຽງເໜືອແມ່ນແທດເໝາະກັບຜົນປະໂຫຍດລວມຂອງບັນດາຝ່າຍ. ຕ້ອງມີລະດັບມອງກວ້າງເຫັນໄກ, ລະງັບໃຈແກ້ໄຂບັນຫາໂດຍສັນຕິວິທີ.