ໄຂກອງປະຊຸມສົ່ງເສີມ ການລົງທຶນເຂົ້າເຂດ ທົ່ງພຽງແມ່ນ້ຳຂອງ 2013
(ພາບປະກອບ: laodong.com.vn)
(vovworld)- ທ່ານຮອງນາຍົກລັດຖະມົນຕີຫວູ້ວັນນິງ, ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມສົ່ງເສີມການລົງທຶນເຂົ້າເຂດທົ່ງພຽງແມ່ນ້ຳຂອງ 2013 ຊື່ງຈັດຂຶ້ນໃນຕອນເຊົ້າວັນທີ 25/11, ຢູ່ແຂວງຫວິ້ງລອງ. ທີ່ກອງປະຊຸມ, ບັນດາຜູ້ແທນສຸມໃສ່ປຶກສາຫາລືການປຸກລຸກຄວາມສາມາດບົ່ມຊ້ອນໃນດານຜະລິດເພື່ອສ້າງຄຸນຄ່າສົ່ງອອກ, ໂດຍສະເພາະແມ່ນໃນຂົງກະສິກຳ, ສິນໃນນ້ຳຂອງເຂດທົ່ງພຽງແມ່ນ້ຳຂອງ. ຕາມບັນດາຜູ້ແທນແລ້ວ, ບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງຕ້ອງສືບຕໍ່ປັບປຸງ ຮູບແບບຜະລິດໃໝ່ໃນການຮ່ວມສຳພັນຜະລິດ, ຈຳໜ່າຍຜະລິດະພັນ ແລະ ຍູ້ແຮງການນຳໃຊ້ຄວາມກ້າວໜ້າວິທະຍາສາດເຕັກນິກໃນການຜະລິດ, ຍົກສູງກຳລັງແກ່ງແຍ້ງຂອງສິນຄ້າໃນຕະຫຼາດໂລກ. ຄຽງຄູ່ກັນນັ້ນ, ທ້ອງຖີ່ນຕ່າງໆຕ້ອງເພີ່ມທະວີການຮ່ວມສຳພັນລະຫວ່າງບັນດາແຂວງໃນເຂດ, ຮ່ວມສຳພັນກັບນະຄອນໂຮ່ຈິມິນ ແລະ ເຂດອື່ນໆໃນທົ່ວປະເທດ; ໂອ້ລົມສົນທະນາກ່ຽວກັບກົນໄກ, ຂໍ້ລິເລີ່ມເພື່ອແນໃສ່ພັດທະນາ ແລະ ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງເຂດ; ຮຽກຮ້ອງໃຫ້ບັນດານັກລົງທຶນ, ວິສາຫະກິດລົງທຶນເຂົ້າເຂດນີ້ເພື່ອປະກອບສ່ວນຊຸກຍູ້ການພັດທະນາຂອງເຂດທົ່ງພຽງແມ່ນ້ຳຂອງໃນໄລຍະຈະມາເຖິງ.