ໄຂກອງປະຊຸມສຸດ ຍອດຂະບວນ ການບໍ່ຮ່ວມກຸ່ມຄັ້ງທີ 16 ( NAM)

ໄຂກອງປະຊຸມສຸດ ຍອດຂະບວນ ການບໍ່ຮ່ວມກຸ່ມຄັ້ງທີ 16 ( NAM) - ảnh 1

ກອງ​ປະຊຸມ​ສຸດ​ຍອດຂະ​ບວນການ​ບໍ່​ຮ່ວມ​ກຸ່ມຄັ້ງທີ 16 ຢູ່​​ອີຣານ

 ​​(ພາບ:baobaclieu.vn)

( vovworld ) – ກອງ​ປະຊຸມ​ສຸດ​ຍອດຂະ​ບວນການ​ບໍ່​ຮ່ວມ​ກຸ່ມຄັ້ງທີ 16 ( NAM) ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການຢູ່​ນະຄອນຫຼວງ​ເຕ​ເຮຣານ ປະ​ເທດ​ອີຣານ ​ໃນວັນທີ 30/8, ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງຜູ້​ແທນ 40 ທ່ານຊື່​ງ​ແມ່ນ​ການ​ນຳ​ລັດ, ລັດຖະບານ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ 120 ປະ​ເທດ​ສະມາຊິກ ພ້ອມ​ກັບ​ຜູ້ຕາງໜ້າ​ກ່ວາ 30 ປະ​ເທດ ​ແລະ ອົງການ​ຈັດຕັ້ງສາກົນ. ທ່ານ​ເລຂາທິການ​ໃຫ່ຍ ສປຊ Ban Ki Moon ​ແລະ ປະທານ​ສະມັດຊາ​ໃຫ່ຍ ສປຊ Assir Abdulaziz Al Nasser ​ເປັນ​ຜູ້​ສັງ​ເກດ​ການ ​ແລະ ​ແຂກ​ຖືກ​ເຊີນ.  ທ່ານ Pham Binh Minh ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ.

  ກ່າວ​ຄຳ​ເຫັນ​ໄຂ​ວາລະ​ປະຊຸມ, ປະທານາທິບໍດີອີ​ຢີບ Mohamed Morsi ອະດີດ​ປະທານ​ຂະ​ບວນການບໍ່​ຮ່ວມ​ກຸ່ມ ​ແລະ ປະທານາທິບໍດີອີຣານ Mahmoud Ahmadinejad  ​ປະທານຄົນ​ໃໝ່​ຂອງ​ຂະ​ບວນການບໍ່​ຮ່ວມ​ກຸ່ມ ​ໄດ້​ຢັ້ງຢືນ​ຄວາມ​ຕັດສິນ​ໃຈ ຈະ​ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ ຊຸກຍູ້​ການ​ຮ່ວມ​ມື, ມານະ​ພະຍາຍາມ​ສ້າງ​ໂລກ​ແຫ່ງ​ຄວາມ​ຍຸດຕິ​ທຳ. ບັນດາ​ປະ​ເທດ​ສະມາຊິກ​ໄດ້​ດຳ​ເນີນ​ວາລະ​ປຶກສາ​ຫາລື​ລວມກ່ຽວ​ກັບ​ຫົວ​ຂໍ້ “ສັນຕິພາບ​ທີ່ໝັ້ນຄົງ​ຜ່ານ​ການ​ບໍລິຫານ​ທົ່ວ​ໂລກ​“, ພ້ອມ​ກັນ​ແລກປ່ຽນ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການສົມທົບ​ຫຼັກໝັ້ນຂອງ NAM ທີ່​ບັນດາ​ເວທີ​ປາ​ໄສ​ທົ່ວ​ໂລກ​ຂອງ​​ບັນດາປະ​ເທດ​ສະມາຊິກທີ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງບັນຫາ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ, ການ​ພັດທະນາ ​ແລະ ຄວາມ​ຍຸດຕິ​ທຳ​ໃນ​ສັງຄົມ.

  ບັນດາປະ​ເທດ​ສະມາຊິກ NAM ຢືນຢັນ​ວ່າ, ​ໃນ​ສະພາບ​ການ​ໂລກ​ມີ​ການ​ຜັນ​ແປ ​ແລະ ການ​ທ້າ​ທາຍ​ອັນ​ສັບສົນ​ຄື​ປະຈຸ​ບັນ, ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ​ສືບ​ຕໍ່​ແມ່ນ​ອົງການເຕົ້າ​ໂຮມ​ກຳລັງ​ທີ່​ເຂັ້ມ​ແຂງ​ ​ແລະ ສຳຄັນ​ທີ່​ສຸດ​ຂອງ​ບັນດາ​ປະ​ເທດ​ພວມ​ພັດທະນາ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ອຳນວຍ​ຄວາມ​ສະດວກ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ.

   ​ໃນ​ວັນ​ດຽວ​ກັນ, ຢູ່​ນອກ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ Pham Binh Minh ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ  ​ແລະ ບູຕານ, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດອິນ​ໂດ​ເນ​ເຊຍ, ສິງກະ​ໂປ, ​ໂມງ​ໂກ​ເລຍ, ການາ, ​ເຊ​ເນ​ການ, ​ໂບລີ​ເວ​ຍ, ​ເບ​ລາຣຸດ, ລັດຖະມົນຕີ​ຫ້ອງ​ວ່າການ​ປະທານາທິບໍດີ​ໂມ​ຊຳ​ປິກ, ລັດຖະມົນຕີ​ອາ​ລັບ​ເມ​ມີ​ເຫຼດ​ຢູ​ໃນ​ເຕບ ​ເພື່ອ​​ແລກ​ປ່ຽນກ່ຽວ​ກັບການຮ່ວມ​ມືຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ.

 

ຂ່າວ/ບົດ​ອື່ນ