(vovworld) - ວັນທີ 28/06, ສະຫະພາບເອີລົບ (EU) ເລີ່ມດຳເນີນກອງປະຊຸມຍຸດຍອດທີ່ແກ່ຍາວເປັນເວລາ 2 ວັນ (ແຕ່ວັນທີ 28 – 29/06), ຢູ່ບຣຸກແຊນ, ປະເທດແບນຊິກ ເພື່ອປຶກສາຫາລືກ່ຽວກັບບັນດາຜົນຮ້າຍຢ້ອນຫຼັງ, ພາຍຫຼັງທີ່ຜູ້ມີສິດເລືອກຕັ້ງອັງກິດ ຫຼາຍຄົນໄດ້ປ່ອນບັດສະໜັບສະໜູນໃຫ້ຖອນອອກຈາກ EU (ຫຼືເອີ້ນວ່າ Brexit). ເຂົ້າຮ່ວມວາລະປະຊຸມສຸດທ້າຍຂອງຕົນທີ່ກອງປະຊຸມສຸດຍອດ EU ດ້ວຍຖານະເປັນການນຳຂອງປະເທດສະມາຊິກ ໃນວັນທີ 28/06, ທ່ານນາຍົກລັດຖະມົນຕີອັງກິດ David Cameron ຢືນຢັນວ່າ, ອັງກິດ ແລະ EU ຄວນຮັກສາການພົວພັນດ້ານເສດຖະກິດຢ່າງສະນິດແໜ້ນທີ່ສາມາດປະຕິບັດໄດ້ ແລະ ໜຶ່ງໃນບັນດາປັດໃຈສຳຄັນເພື່ອປະຕິບັດສິ່ງດັ່ງກ່າວແມ່ນການປະຕິຮູບ. ທ່ານນາຍົກລັດຖະມົນຕີ David Cameron ກໍ່ແຈ້ງໃຫ້ຊາບກ່ຽວກັບການລາອອກຈາກຕຳແໜ່ງຂອງຕົນ ແລະ ເວລາການຄາດຄະເນເພື່ອໃຫ້ອັງກິດ ມີຜູ້ສືບທອດຕຳແໜ່ງໃນເດືອນ 09 ຈະມາເຖິງ. ທ່ານນາຍົກລັດຖະມົນຕີ David Cameron ປະຕິເສດຄຳຮຽກຮ້ອງຂອງບັນດາການນຳອື່ນກ່ຽວກັບການເລີ່ມດຳເນີນຂັ້ນຕອນນຳອັງກິດ ຖອນອອກຈາກ EU ແລະ ຖືວ່າ, ນີ້ແມ່ນໜ້າທີ່ຂອງນາຍົກລັດຖະມົນຕີ ຈະມາເຖິງຂອງອັງກິດ. ຕໍ່ຈາກນັ້ນ, ວັນທີ 29/06, EU ໄດ້ດຳເນີນກອງປະຊຸມມື້ທີ 2 ໂດຍມີການເຂົ້າຮ່ວມຂອງການນຳ 27 ປະເທດສະມາຊິກ ແຕ່ບໍ່ມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ David Cameron. ທີ່ກອງປະຊຸມນີ້, ການນຳບັນດາປະເທດສະມາຊິກ EU ໄດ້ປຶກສາຫາລືກ່ຽວກັບບັນດາການປະຕິຮູບທີ່ຈຳເປັນໃນກຸ່ມຕື່ມອີກ ເພື່ອຮັກສາຄວາມເປັນເອກະພາບຂອງ EU.