ໄຂກອງປະຊຸມສຸດຍອດ ອາຊຽນຄັ້ງທີ 24
(ພາບ: tienphong.vn)
(vovworld)- ວາລະໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 24 ດຳເນີນໄປຢູ່ນະຄອນ Nay Pyi Taw ປະເທດມຽນມາ ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະ ມົນຕີຫວຽດນາມ ຫງວຽນເຕິນຢຸງ ແລະ ບັນດາການນຳຂັ້ນສູງຂອງອາຊຽນ. ດ້ວຍຫົວເລື່ອງ “ສາມັກຄີເພື່ອມຸ້ງໄປເຖິງປະຊາຄົມແຫ່ງສັນຕິພາບ ແລະ ວັດທະນາຖາວອນ“,
ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 24 ຈະຈັດວາລະປະຊຸມຄົບຄະນະ, ວາລະປະຊຸມແຄບ, ວາລະປະຊຸມລະຫວ່າງການນຳຂັ້ນສູງອາຊຽນ ກັບຜູ້ຕາງໜ້າສະພາລັດຖະສະພາອາຊຽນ (ອາຍປາ), ຊາວໜຸ່ມ ແລະ ສັງຄົມພົນລະເຮືອນ ແລະ ວາລະອັດກອງປະຊຸມ. ກອງປະຊຸມສຸມໃສ່ປຶກສາຫາລືສະພາບການຜັນຂະຫຍາຍຂັ້ນຕອນ ການສ້າງປະຊາຄົມອາຊຽນໃນປີ 2015, ກະກຽມໃຫ້ແກ່ໄລຍະພັດທະນາຂອງ ປະຊາຄົມອາຊຽນ ຫຼັງປີ 2015 ກໍ່ຄືການພົວພັນທາງການທູດຂອງປະຊາຄົມອາຊຽນ. ທ່ານນາຍົກລັດຖະ ມົນຕີຫວຽດນາມຫງວຽນເຕິນຢຸງ ແລະ ບັນດາການນຳຂັ້ນສູງຂອງອາຊຽນ ກໍ່ສຸມໃສ່ແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນຕ່າງມີຄວາມສົນໃຈ, ໃນນັ້ນ, ສະພາບການຢູ່ທະເລຕາເວັນອອກໃນປະຈຸບັນແມ່ນໜຶ່ງໃນບັນດາບັນຫາເຄັ່ງຮ້ອນທີ່ສຸດຖືກສຸມໃສ່ປຶກສາຫາລືທີ່ກອງປະຊຸມຄັ້ງນີ້.
ການນຳບັນດາປະເທດອາຊຽນ ສະແດງຄວາມເປັນຫ່ວງກັງວົນຕໍ່ເຫດການຕ່າງໆພວກມເກີດຂື້ນຢູ່ທະເລຕາເວັນອອກ ຊື່ງໄດ້ເພີ່ມຄວາມເຄັ່ງຕຶງ ແລະ ສົ່ງຜົນສະທ້ອນເຖິງສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ ແລະ ສິດເສລີໃນການເດີນເຮືອຢູ່ທະເລຕາເວັນອອກ.
ໃນຂອບເຂດກອງປະຊຸມສຸດຍອດອາຊຽນຄັ້ງທີ 24, ວັນທີ 10/5, ໄດ້ຈັດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມສະຫງົບປອດໄພອາຊຽນຄັ້ງທີ 11 ແລະ ກອງປະຊຸມສະພາປະສານງານອາຊຽນຄັ້ງທີ 14. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມດັ່ງກ່າວ./.