(vovworld) – ວັນທີ 5/12, ການ “ໂອ້ລົມສົນທະນາປະຈຳປີ Manama 2014” ຄັ້ງທີ 10, ກອງປະຊຸມສຸດຍອດກ່ຽວກັບຄວາມໝັ້ນຄົງຢູ່ພາກພື້ນ ຕາເວັນອອກກາງ ໂດຍສະຖາບັນຄົ້ນຄ້ວາຍຸດທະສາດສາກົນ (IISS) ຈັດຕັ້ງ, ໄດ້ໄຂຂຶ້ນຢູ່ Bahrain. ການນຳຂັ້ນສູງ 400 ທ່ານເຊິ່ງລວມມີບັນດາລັດຖະມົນຕີວ່າການ, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ, ບັນດານັກໄຈ້ແຍກ ແລະ ບັນດານັກຊ່ຽວຊານໃນພາກພື້ນ ຕາເວັນອອກກາງ ແລະ ຈາກທຸກໆປະເທດໃນໂລກ ໄດ້ເຂົ້າຮ່ວມກອງປະຊຸມ. ໃນເວລາ 3 ວັນ, ບັນດາຜູ້ແທນປຶກສາຫາລືຄວາມມານະພະຍາຍາມຕ້ານຄືນລັດທິຫົວຮຸນແຮງໃນພາກພື້ນ ແລະ ປຶກສາຫາລືວິທີແກ້ໄຂບັນດາການປະທະກັນຢູ່ ອີຣັກ, ຊີຣີ ແລະ Yemen, ກໍ່ຄືໂຄງການນິວເຄຼຍຂອງ ອີຣານ ແລະ ບັນຫາ ປາແລດສະຕີນ. ນອກຈາກນັ້ນ, ກອງປະຊຸມກໍ່ຈະປຶກສາຫາລືສະພາບການຢູ່ ອາບການິດສະຖານ ແລະ ອີຢີບ.