ໄຂກອງປະຊຸມສຸດຍອດຂອງ ສປຊ ກ່ຽວກັບລະບົບສະບຽງອາຫານ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໃຫ້ຮູ້ວ່າ: ບັນດາລະບົບສະບຽງອາຫານທົ່ວໂລກພວມຂາດຄວາມສົມດຸນ ເຮັດໃຫ້ປະຊາຊົນນັບຕື້ຄົນຕ້ອງຮັບຜົນເສຍຫາຍ.
ໄຂກອງປະຊຸມສຸດຍອດຂອງ ສປຊ ກ່ຽວກັບລະບົບສະບຽງອາຫານ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres
(ພາບ:UN)

ວັນທີ 24 ກໍລະກົດ, ກອງປະຊຸມສຸດຍອດຂອງ ສປຊ ກ່ຽວກັບລະບົບສະບຽງອາຫານໄດ້ໄຂຂຶ້ນຢູ່ນະຄອນຫຼວງ Rome, ປະເທດ ອີຕາລີ. ຄາດວ່າ, ກອງປະຊຸມແກ່ຍາວເປັນເວລາ 3 ວັນ, ສຸມໃສ່ປຶກສາຫາລືມາດຕະການແກ້ໄຂບັນດາບັນຫາເຊິ່ງລະບົບສະບຽງອາຫານທົ່ວໂລກພວມຕ້ອງປະເຊີນໜ້າ, ເຊິ່ງລວມມີເລື່ອງປະຊາຊົນນັບລ້ານຄົນຖືກຕົກເຂົ້າສູ່ສະພາບອຶດຫິວ, ຕື້ຄົນອື່ນໆພວມຖືກພະຍາດອ້ວນໂພດ, ໃນຂະນະທີ່ສະພາບການຟຸມເຟືອຍອາຫານສືບຕໍ່ແມ່ນສິ່ງທ້າທາຍໃຫຍ່. ກອງປະຊຸມໄດ້ດຳເນີນໃນສະພາບການຂາດສະບຽງອາຫານນັບມື້ນັບເພີ່ມຂຶ້ນໃນໂລກ, ມີຫຼາຍຄົນຈະຖືກອຶດຫິວໃນໄລຍະຍາວ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໃຫ້ຮູ້ວ່າ: ບັນດາລະບົບສະບຽງອາຫານທົ່ວໂລກພວມຂາດຄວາມສົມດຸນ ເຮັດໃຫ້ປະຊາຊົນນັບຕື້ຄົນຕ້ອງຮັບຜົນເສຍຫາຍ.

        ຕາມແຜນການສະບຽງອາຫານໂລກ (WFP) ແລ້ວ, ບັນດາຜົນກະທົບຈາກພູມອາກາດ, ໂລກລະບາດໂຄວິດ -19 ແລະ ບັນດາການປະທະກັນ, ໃນນັ້ນມີການປະທະກັນ, ໃນນັ້ນມີການປະທະກັນ ລັດເຊຍ - ຢູແກຼນ ໄດ້ປະກອບສ່ວນຍູ້ຈຳນວນຕ້ອງປະເຊີນໜ້າກັບໄພອຶດຫິວຂຶ້ນເຖິງ 122 ລ້ານຄົນນັບແຕ່ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ