ກອງປະຊຸມຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ
|
(vovworld) – ຕອນບ່າຍວັນທີ 3/3, ຢູ່ນະຄອນຫຼວງ ບັກກິ່ງ, ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ, ເຊິ່ງແມ່ນອົງການເຈລະຈາ ແລະ ປຶກສາການເມືອງສູງສຸດຂອງ ຈີນ ໄດ້ໄຂກອງປະຊຸມຄົບຄະນະປະຈຳປີຄັ້ງທີ 5 ຊຸດທີ 12. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເຢົ໋າເຈີງຊິງ, ປະທານສະພາປຶກສາການເມືອງ, ເນັ້ນໜັກວ່າ:
“ປີ 2017 ແມ່ນປີສຳຄັນໃນການວາງແຜນພັດທະນາເສດຖະກິດ ສັງຄົມໄລຍະ 5 ປີຄັ້ງທີ 13, ເຊິ່ງແມ່ນປີຍູ້ແຮງການປະຕິຮູບໂຄງປະກອບ ແລະ ແມ່ນປີຈະຈັດຕັ້ງກອງປະຊຸມໃຫຍ່ພັກກອມມູນິດ ຈີນ ຄັ້ງທີ 19, ຊາບຊຶມເນື້ອໃນຈິດໃຈກອງປະຊຸມສູນກາງຄັ້ງທີ 3, 4, 5 ແລະ ກອງປະຊຸມສູນກາງຄັ້ງທີ 6, ຊາບຊຶມບັນດາການຊີ້ນຳສຳຄັນ ແລະ ບັນດາທັດສະນະໃໝ່, ແນວຄວາມຄິດໃໝ່, ຍຸດທະສາດໃໝ່ໃນການຄຸ້ມຄອງປະເທດຊາດຂອງທ່ານເລຂາທິການໃຫຍ່ ສີຈິ້ນຜິງ, ວຽກງານປຶກສາການເມືອງຕ້ອງ: ສຸມໃສ່ກຳນົດທິດແນວຄວາມຄິດ, ລະດັບບັນດາແຫຼ່ງກຳລັງ, ຊຸກຍູ້ເສດຖະກິດພັດທະນາແບບຍືນຍົງ, ສັງຄົມຢ່າງກົມກຽວ, ມີສະຖຽນລະພາບສ້າງຜົນງານຂ່ຳນັບຊົມເຊີຍໄຊຊະນະຂອງກອງປະຊຸມໃຫຍ່ຄັ້ງທີ 19.”