ໄຂກອງປະຊຸມສະໄໝສາມັນປະຈຳເດືອນ 04/2016
ໄຂກອງປະຊຸມສະໄໝສາມັນປະຈຳເດືອນ 04/2016
(ພາບ: VGP)
(vovworld) - ຕອນເຊົ້າວັນທີ 04/05, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນ 04/2016. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນນັກວ່າ, ກອງປະຊຸມນີ້ມີຄວາມໝາຍສຳຄັນ ເມື່ອລັດຖະບານຊຸດໃໝ່ຫາກໍ່ໄດ້ຮັບການບູລະນະ ແລະ ຊີ້ນຳບັນດາສະມາຊິກລັດຖະບານ ຕ້ອງຮ່ວມແຮງຮ່ວມໃຈ, ຜັນຂະຫຍາຍບັນດາໜ້າທີ່ ທີ່ໄດ້ວາງອອກຢ່າງຄົບຊຸດ, ມີຈຸດສຸມ.
“ລັດຖະບານຕ້ອງປອດໄສ, ຊື່ຕົງ, ປາສະຈາກການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ ແລະ ພິເສດແມ່ນຫຼິກລ້ຽງການຟຸມເຟືອຍໃນສັງຄົມ. ຂະແໜງໃດທີການຟຸມເຟືອຍ, ສໍ້ລາດບັງຫຼວງຂະແໜງນັ້ນຕ້ອງຮັບຜິດຊອບ. ລັດຖະບານເປັນແບບຢ່າງໃຫ້ສັງຄົມ. ໃນຕໍ່ໜ້າ, ບັນດາສະມາຊິກລັດຖະບານຕ້ອງກວດກາຄືນການຂາດຄວາມລະມັດລະວັງ, ການສໍ້ລາດບັງຫຼວງ, ຟຸມເຟືອຍໃນລະບົບ. ນັ້ນແມ່ນສິ່ງທີ່ສະພາແຫ່ງຊາດໄດ້ເຕືອງເຖິງແລ້ວ, ພວກເຮົາພຽງໃຫ້ຄຳໝັ້ນສັນຍາເທົ່ານັ້ນ, ເຮັດຍັງບໍ່ທັນໄດ້ ກໍ່ຕ້ອງເຮັດໃຫ້ໄດ້”.