ໄຂກອງປະຊຸມສະໄໝສາມັນເທື່ອທີ 7 ສະພາ ແຫ່ງຊາດລາວ ຊຸດທີ 7

ໄຂກອງປະຊຸມສະໄໝສາມັນເທື່ອທີ 7 ສະພາ ແຫ່ງຊາດລາວ ຊຸດທີ 7 - ảnh 1
ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ລາວ ຊຸ​ດທີ 7
(ພາບ: kpl.net.la)


(vovworld) –  ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ລາວ ຊຸ​ດທີ 7 ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 07/07, ຢູ່​ນະຄອນຫຼວງ​ວຽງ​ຈັນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ, ບັນດາ​ການ​ນຳ​ພັກ, ລັດ, ຜູ້ຕາງໜ້າ​ແນວ​ລາວ​ສ້າງ​ຊາດ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ບັນ​ອົງການ​ຈັດ​ຕັ້ງມະຫາຊົນທຸກຂັ້ນ. ກ່າວສູນ​ທອນ​ພົດ​ໄຂ​ກອງ​ປະຊຸມ, ທ່ານ​ນາງ ປານີ ຢາ​ທໍ​ຕູ້, ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ໃຫ້​ຮູ້​ວ່າ ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ສຸມ​ໃສ່​ຄົ້ນຄວ້າ, ປຶກສາ​ຫລື ​ແລະ ຮັບຮອງ​ເອົາ​ບັນດາ​ບັນຫາ​ສຳຄັນ​ຄື: ປຶກສາ​ຫາລື, ຮັບຮອງ​ເອົາ​ບົດ​ລາຍ​ງາ​ນຂອງ​ລັດຖະບານ​ກ່ຽວ​ກັບ​ສະພາບການ​ຈັດ​ຕັ້ງ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ, ​ແຜນ​ງົບປະມານ​​ແຫ່ງ​ລັດ​ສົກ​ປີ 2013 – 2014, ທິດ​ທາງປະຕິບັດ​ວຽກ​ງານ​ສົກ​ປີ 2014 – 2015; ປຶກສາ​ຫາລື, ຮັບຮອງ​ເອົາ​ບັນຊີ​ລາຍ​ຊື່​ສະ​ເໜີ, ຊັບຊ້ອນ​ພະນັກງານລັດຖະບານ​ຕາມ​ຄຳ​ສະ​ເໜີ​ຂອງ​ນາຍົກລັດຖະມົນຕີ ​ແລະ ບັນດາ​ບັນຫາ​ສຳຄັນ​ອື່ນໆ. ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ລາວ ຊຸດ​ທີ 7 ດຳ​ເນີນ​ໄປ​ແຕ່​ວັນ​ທີ 07 ຫາ​ວັນ​ທີ 25/07.
ຂ່າວ/ບົດ​ອື່ນ