ໄຂກອງປະຊຸມສະໄໝສາມັນເທື່ອທີ10ສະພາແຫ່ງຊາດຫວຽດນາມຊຸດທີ13

ໄຂກອງປະຊຸມສະໄໝສາມັນເທື່ອທີ10ສະພາແຫ່ງຊາດຫວຽດນາມຊຸດທີ13 - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ
ກ່າວຄຳ​ເຫັນ​ໄຂ​ກອງ​ປະຊຸມ)


(vovworld) – ກອງ​ປະຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ​ສະພາ​ແຫ່ງ​ຊາດ​ຫວຽ​ດນາມ​ ຊຸດ​ທີ​ 13 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 20/10 ຢ່າງ​ສົມ​ກຽດ​, ຢູ່​ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ຄະນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ຫງວຽນ​ຟຸຈ້ອງ, ທ່າ​ນປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ທ່ານ​ນາ​ຍົກ​ລັດ​ຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ບັນດາ​ການ​ນຳ​ພັກ, ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທ​ດຊາດ​ຫວຽດນາມ… ກ່າວຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ມີ​ວຽກ​ງານ​ຫຼາຍ​ຢ່າງ​ທີ່​ຈະຕ້ອງ​ເຮັດ ​​ແລະ ມີ​ຫຼາຍເນື້ອ​ໃນ​ສຳຄັນ, ​ແມ່ນ​ກອງ​ປະຊຸມ​ທ້າຍ​ປີ, ສະ​ນັ້ນ​ວຽກ​ງານ​ສ້າງ​ກົດໝາຍ ​ໄດ້​ຮັບ​ການ​ກຳນົ​ດ​ເປັນ​ເນື້ອ​ໃນ​ສຳຄັນ​ຈຸດ​ສຸມ​ຂອງ​ກອງ​ປະຊຸມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໃຫ້​ຮູ້​ວ່າ.

      “ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ, ຮັບຮອງ​ເອົາ​ຮ່າງ​ກົດໝາຍ 18 ສະບັບ, ບັນດາ​ມະຕິ; ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ຕ່າງໆ 8 ສະບັບ. ດ້ວຍ​ຈິດ​ໃຈ​ເຄົາລົບ​ກົດໝາຍ, ສະພາ​ແຫ່ງ​ຊາດ ຈະ​ສະ​ຫງວນ​ເວລາ​ສ່ວນ​ຫຼາຍ​ເພື່ອ​ປຶກສາ​ຫາລື, ພິຈສລະນາ, ຮັບຮອງ​​ເອົາ​ບັນດາ​ຮ່າງ​ກົດໝາຍ, ປະມວນ​ກົດໝາຍ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ປັບປຸງລະບົບ​ເອກະ​ສານ​ດ້ານ​ກົດໝາຍ​ກ່ຽວ​ກັບ​ຍຸຕິ​ທຳ, ປົກ​ປ້ອງ​ຄວາມຍຸ​ຕິ​ທຳ, ປົກ​ປ້ອງ​ສິດທິມະນຸດ, ສິດ​ພົນລະ​ເມືອງ, ສ້າງ​ກົນ​​ໄກ​ການ​ຕະຫຼາດ​ໃຫ້​ສົ​ມບູນ​ແບບ, ປັບປຸງ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​, ຄວາມ​ເປັນ​ລະບຽບຮຽບຮ້ອຍ​ທາງ​ສັງຄົມ, ການ​ຈັດ​ຕັ້ງ ​ແລະ ​ການ​ເຄື່ອນ​ໄຫວ​ຕ່າງໆຂອງ​ສະພາ​ແຫ່ງ​ຊາດ ຕາມ​ຈິດ​ໃຈ​ຂອງ​ລັດຖະທຳ​ມະນູນ”.

      ທີ່​ກອງ​ປະ​ຊຸມ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ​ກໍ​ພິຈາ​ລະ​ນາ​ບັນດາ​ບົດ​ລາຍງານ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ງົບ​ປະມານ​ແຫ່ງ​ລັດ​ປີ 2015, ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​, ​ແຜນງົບ​ປະມານ​ແຫ່ງ​ລັດ, ວິທີ​ຈັດ​ແບ່ງ​ງົບ​ປະມານສູນ​ກາງ​ປີ 2016 ​ແລະ ປະ​ກາດ​​ໃຊ້ມະ​ຕິ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ດັ່ງກ່າວ, ພ້ອມ​ທັງ​ພິຈາລະນາ, ປະກອບ​ຄຳ​ເຫັນກ່ຽວ​ກັບ​ບັນດາ​ບົດ​ລາຍງານ​ຂອງ​ລັດຖະບານ ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະ​ຕິ​ບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 5 ປີ 2011 – 2015… ສະພາ​ແຫ່ງ​ຊາດ​ກໍ​ຕົກລົງ​ວັນ​ເລືອກ​ຕັ້ງ​ສະມາຊິກສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ 2016 – 2021; ສ້າງ​ຕັ້ງສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ, ​ເລືອກ​ຕັ້ງ​ປະທານ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ… ສະພາ​ແຫ່ງ​ຊາດ​ຈະ​ປຶກສາ​ຫລື, ປະກອບ​ຄຳ​ເຫັນ​ໃສ່​ຮ່າງເອກະສານ​ສະບັບ​ຕ່າ​ງໆ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ ​ແລະ ພິຈາລະ​ນາ, ຕົກລົງ​ບາງ​ບັນຫາ​ສຳຄັນ​ອ່ືນໆ​ອີກ.

      ກໍ​ທີ່​ວາລະ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ສະ​ເໜີ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ “ສະພາບ​​ເສດຖະກິດ - ສັງຄົມ​ປີ 2015 ​ແລະ ຄາດ​ຄະ​ເນ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2016”.

ຂ່າວ/ບົດ​ອື່ນ