ໄຂກອງປະຊຸມສາກົນ ກ່ຽວກັບ HIV/AIDS ຄັ້ງທີ 19

ໄຂກອງປະຊຸມສາກົນ ກ່ຽວກັບ HIV/AIDS ຄັ້ງທີ 19 - ảnh 1
ການເຄື່ອນໄຫວຮຽກຮ້ອງໃຫ້ປ້ອງກັນ, ຕ້ານ HIV/AIDS ຢູ່ ວໍຊິງຕັນ
(ພາບ: AFP/ສຳນັກຂ່າວສານຫວຽດນາມ)

(vovworld) - ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ HIV/AIDS ​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 22/7 ຢູ່​ນະຄອນ​ຫຼວງ ວໍ​ຊິງ​ຕັນ ​ແຫ່ງ​ສະຫະລັດ ອາ​ເມ​ລິ​ກາ ດ້ວຍ​ຫົວ​ຂໍ້​ວ່າ “ພ້ອມ​ກັນ​ປ່ຽນ​ແປງ​ທ່າ​ອ່ຽງ” ​ເພື່ອ​ແນ​ໃສ່​ຮຽກຮ້ອງ​ໃຫ້ໂລກ ພ້ອມ​ກັນຮັບ​ມື​ກັບ​ພະຍາດ​ອັນຕະລາຍ​ຂອງ​ສະຕະວັດ​ນີ້​ໂດຍ​ໄວ.  ກອງ​ປະຊຸມ​ຖືກ​ດຳ​ເນີນ​ໃນ 6 ວັນ​ເຊິ່ງ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງຜູ້​ແທນ 25.000 ຄົນ, ​ເຊິ່ງລວມມີ​ບັນດາ​ນັກ​ການ​ເມືອງ, ​ນັກ​ຄົ້ນ​ຄ້ວາ ​ແລະ ນັກ​ເຄື່ອນ​ໄຫວ​ສັງຄົມ. ທີ່ພິທີ​ໄຂ, ທ່ານ Anthony Fauci, ຜູ້ອຳນວຍການ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ບັນດາ​ພະຍາດ​​ ​ແລະ ຕິດ​ແປດ ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຮຽກຮ້ອງ​ໃຫ້​ບັນດາ​ລັດຖະບານ, ອົງການ​ຈັດ​ຕັ້ງ ​ແລະ ສ່ວນ​ບຸກຄົນຢູ່​ບັນດາ​ປະ​ເທດ​ໃນ​ໂລກ​ຄວນ​ຕັດສິນ​ໃຈ​ເສີມ​ຂະຫຍາຍ​ບັນດາ​ການ​ຄົ້ນ​ຄ້ວາ ​ແລະ ຜົນງານ​ດ້ານ​ວິທະຍາສາດ​ໃນ​ການ​ຕ້ານ​ພະຍາດ HIV/AIDS ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ອີກ. ​ໃນ​ຊຸມ​ວັນ​ເຮັດ​ວຽກ​ຈະ​ມາ​ເຖິງ, ກອງ​ປະຊຸມ​ຈະ​ສຸມ​ໃສ່​ປຶກສາ​ຫາລື ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ຕົ້ນ​ຕໍ່, ​ເຊິ່ງລວມມີ​ບັນດາ​ຄວາມ​ມານະ​ພະຍາຍາມ​ຊອກ​ຫາ​ວິທີ​ການ​ປິ່ນປົວ HIV ​ໃໝ່ ກໍ​ຄື​ການ​ໜູນ​ຊ່ວຍ​ຂອງ​ບັນດາ​ປະ​ເທດ ​ແລະ ປະຊາ​ຄົມ​ໂລກ​ໃນ​ການ​ປ້ອງ​ກັນ, ຕ້ານ​ເຊື້ອ HIV/AIDS.

ຂ່າວ/ບົດ​ອື່ນ