ໄຂກອງປະຊຸມສຳມະນາ "ສ້າງ ແລະ ພັດທະນາຂະບວນການອ່ານປື້ມໃນວົງຄະນະຍາດ”

(VOVWORLD) - ກອງປະຊຸມສຳມະນາ “ສ້າງ ແລະ ພັດທະນາຂະບວນການອ່ານປື້ມໃນວົງຄະນະຍາດ” ໄດ້ດຳເນີນໃນຕອນເຊົ້າວັນທີ 17 ເມສາ ຢູ່ ຮ່າໂນ້ຍ. 
ໄຂກອງປະຊຸມສຳມະນາ  ທີ່ກອງກອງປະຊຸມສຳມະນາ (ພາບ: hanoimoi.com.vn) 

ນີ້ແມ່ນການເຄື່ອນໄຫວໂດຍຄະນະໂຄສະນາສຶກສາສູນກາງພັກ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ສະມາຄົມພິມຈຳໜ່າຍ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ ສົມທົບກັນຈັດຕັ້ງ ເພື່ອແນໃສ່ກະກຽມໃຫ້ແກ່ການສະຫລຸບ, ຕີລາຄາ 5 ປີແຫ່ງການຜັນຂະຫຍາຍຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບວັນປື້ມ ຫວຽດນາມ ແລະ ມຸ່ງໄປເຖິງເປົ້າໝາຍ ເຊິ່ງພັກ, ລັດຖະບານກຳນົດໄວ້ວ່າ ແມ່ນສ້າງສັງຄົມແຫ່ງການຮ່ຳຮຽນ. ທ່ານ ຈູວັນຮ່ວາ, ຫົວໜ້າກົມພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍ (ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ) ຖືວ່າ:

        “ໝາກຜົນຂອງກອງປະຊຸມສຳມະນາ ຈະແມ່ນພື້ນຖານ ເພື່ອສືບຕໍ່ສ້າງ ແລະ ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບການພັດທະນາຂະບວນການອ່ານປື້ມໃນວົງຄະນະຍາດໃຫ້ສຳເລັດ; ປະກອບສ່ວນສ້າງສະພາບແວດລ້ອມຂອງການອ່ານໃຫ້ມີຄວາມສະດວກ, ກຳນົດທິດການອ່ານທີ່ປອດໃສໃຫ້ແກ່ວົງຄະນະຍາດ, ພິເສດແມ່ນໃນເກນອາຍຸຊາວໜຸ່ມ, ເຍົາວະຊົນ.”

        ທີ່ກອງກອງປະຊຸມສຳມະນາ, ພ້ອມກັບເລື່ອງຕີລາຄາຄວາມຕ້ອງການສຳພັດກັບພູມປັນຍາຜ່ານການອ່ານປື້ມໃນຊຸມປີຜ່ານມາ, ບັນດາຜູ້ແທນໄດ້ສຸມໃສ່ແລກປ່ຽນກ່ຽວກັບກົນໄກ, ນະໂຍບາຍຂອງພັກ, ລັດ ສຳລັບການພັດທະນາວັດທະນະທຳການອ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ