ໄຂກອງປະຊຸມສຳມະນາ ອາຊຽນ ແລະ ທະເລຕາເວັນອອກ ຢູ່ ກຳປູເຈຍ
ກອງປະຊຸມສຳມະນາພາກພື້ນ “ອາຊຽນ ແລະ ທະເລຕາເວັນອອກ” ໄຂຂຶ້ນຢູ່ນະຄອນຫຼວງ ພະນົມເປັນ ປະເທດ ກຳປູເຈຍ
(ພາບ: Xuân Khu/Vietnam+)
(vovworld) – ຕອນເຊົ້າວັນທີ 19/9, ກອງປະຊຸມສຳມະນາພາກພື້ນ “ອາຊຽນ ແລະ ທະເລຕາເວັນອອກ” ດ້ວຍຫົວຂໍ້ວ່າ “ບັນດາຜົນງານ, ການທ້າທາຍ ແລະ ອະນາຄົດ” ໄຂຂຶ້ນຢູ່ນະຄອນຫຼວງ ພະນົມເປັນ ປະເທດ ກຳປູເຈຍ. ກອງປະຊຸມສຳມະນາໂດຍສະຖາບັນ ກຳປູເຈຍ ເພື່ອສັນຕິພາບ ແລະ ການພັດທະນາ (CICP) ຈັດຕັ້ງດ້ວຍການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກບັນດາປະເທດ ອາຊຽນ, ຈີນ, ອົດສະຕາລີ, ການາດາ. ທີ່ກອງປະຊຸມ, ທ່ານເລຂທິການໃຫຍ່ ອາຊຽນ ເລເລືອງມິນ ມີບົດກ່າວປາໄສ “ອາຊຽນ ແລະ ທະເລຕາເວັນອອກ: ບັນດາບັນຫາ, ບັນດາບາດກ້າວ ແລະ ແງ່ຫວັງໃນອະນາຄົດ”, ໃນນັ້ນເນັ້ນໜັກເຖິງ 2 ກົນໄກໃນຂອບເຂດ ອາຊຽນ - ຈີນ ແມ່ນຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ແລະ ກ້າວໄປເຖິງການສ້າງສຳເລັດປະມວນຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ (COC), ຜ່ານນັ້ນ ອາຊຽນ ຢືດໝັ້ນ ແລະ ຂະຫຍັນຂັນເຄື່ອນໃນການພົວພັນກັບ ຈີນ ເພື່ອເພີ່ມທະວີສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ. ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິນ ເນັ້ນໜັກວ່າ ອະນາຄົດຂອງ COC ຕ້ອງກາຍເປັນເຄື່ອງມືທີ່ມີລັກສະນະຮອບດ້ານ ແລະ ບັງຄັບດ້ານກົດໝາຍ, ກຳນົດບັນດາມາດຖານເພື່ອຕິດຕາມກວດກາບັນດາການປະພຶດຢູ່ທະເລຕາເວັນອອກ ບົນທັດສະນະສະກັດກັ້ນ ແລະ ແກ້ໄຂບັນດາເຫດການທີ່ເກີດຂຶ້ນ, ຊ່ວຍສ້າງສະພາບແວດລ້ອມອຳນວຍຄວາມສະດວກເພື່ອແກ້ໄຂການພິດພາດກັນຢູ່ທະເລຕາເວັນອອກຢ່າງຮອບດ້ານ.
ທ່ານລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Kao Kim Hourrn ມີບົດກ່າວປາໄສທີ່ມີຫົວຂໍ້ວ່າ “ອະນາຄົດຂອງທະເລຕາເວັນອອກ: ຄູ່ຮ່ວມມືຍຸດທະສາດ ອາຊຽນ - ຈີນ ເພື່ອສັນຕິພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນ”, ໃນນັ້ນເນັ້ນໜັກວ່າໃນຕໍ່ໜ້າ, ອາຊຽນ ແລະ ຈີນ ຄວນສືບຕໍ່ສ້າງສາ, ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ຝ່າຍ.