ໄຂກອງປະຊຸມສຳມະນາປ້ອງກັນຄວາມສະຫງົບໃນພາກພື້ນອາຊີປາຊີຟີກ

ໄຂກອງປະຊຸມສຳມະນາປ້ອງກັນຄວາມສະຫງົບໃນພາກພື້ນອາຊີປາຊີຟີກ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີສິງ​ກາ​ໂປ Teo Chee Hean
(ພາບປະກອບ: iiss.org)


(vovworld) – ວັນ​ທີ 4/5, ໄດ້​ໄຂກອງ​ປະຊຸມ​ສຳ​ມະ​ນາລາຍ​ການ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງປ້ອງ​ກັນຄວາມ​ສະຫງົບ​ ອາຊີ - ປາຊີ​ຟີ​ກ (APPSNSO) ຢູ່ປະ​ເທດ ສິງກະ​ໂປ, ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນປະມານ 80 ທ່ານ ​​​ເຊີ່ງ​ແມ່ນ​ນັກ​ຊ່ຽວຊານດ້ານປ້ອງ​ກັນຄວາມ​ສະຫງົບ ​ແລະ ນັກຮຽນ​ຮູ້​ທີ່​ມາ​ຈາກ 25 ປະ​ເທດ​ ຢູ່ພາຍໃນ ​ແລະ ນອກ​ພາກ​ພື້ນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​, ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ແມ່ນລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ ​ແລະ ລັດຖະມົນຕີ​ວ່າການ​ກະຊວງປະສານ​ງານຄວາມ​ສະຫງົບ​ແຫ່ງ​ຊາດ ສິງ​ກາ​ໂປ Teo Chee Hean ​ໄດ້​​ຊີ້​ແຈ້ງ​ເຖິງບັນດາ​ມາດ​ຕະການຮັບ​ມື ​ກັບ​ໄພ​ນາບ​ຂູ່​ໃນທົ່ວ​ໂລກ, ​ຕົວຢ່າງຄື​: ໄພ​ກໍ່​ການ​ຮ້າຍ​​ໃນປະຈຸ​ບັນຈາກ​ກຸ່ມ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ ຢູ່ ອີຣັກ ​ແລະ ຊີຣີ, ຕ້ອງ​ໄດ້​ຮັບ​ການໝູນໃຊ້​ຢ່າງເໝາະ​ສົມ​ກັບ​ສະຖານະ​ການ​ຂອງ​ແຕ່ລະ​ປະ​ເທດ. ທ່ານ Teo Chee Hean ​ເນັ້ນ​ໜັກ​ວ່າ ທຸກໆຝ່າຍ, ​ຈາກລັດຖະບານ ຕະຫຼອດ​ຮອດ​ບັນດາອົງການ​ຈັດ​ຕັ້ງ​ສາກົນ, ພາກ​ເອກະ​ຊົນ ຫຼື ນັກຮຽນ​ຮູ້​ຕ້ອງສົມທົບ​ກັນ ​ແລະ ຮ່ວມ​ມື​ເພື່ອ​ຮັບ​ມື​ກັບບັນດາ​ໄພ​ນາບ​ຂູ່​ນັ້ນ​ຢ່າງ​ມີ​ປະສິດທິ​ຜົນ.

             ກອງ​ປະຊຸມ​ສຳ​ມະ​ນາຄັ້ງ​ນີ້ ​ໄດ້​ດຳ​ເນີນ​​ໄປໃນ​ເວລາ 5 ວັນ ​​ແຕ່ວັນ​ທີ 4 – 8/5.

ຂ່າວ/ບົດ​ອື່ນ