ໄຂກອງປະຊຸມຮ່ວມມືພາກພື້ນ ແມ່ນ້ຳຂອງ-ແມ່ນ້ຳຮັ່ງ

ໄຂກອງປະຊຸມຮ່ວມມືພາກພື້ນ ແມ່ນ້ຳຂອງ-ແມ່ນ້ຳຮັ່ງ - ảnh 1

 (ພາບ:baobinhphuoc.com.vn)

( vovworld ) – ວັນ​ທີ 3/9,ກອງ​ປະຊຸມພາກ​ພື້ນ​ແມ່ນ້ຳຂອງ-​ແມ່ນ້ຳຮັ່ງ (MGC) ຄັ້ງທີ 6 ​ໄດ້​ຖືກ​ໄຂ​ຂຶ້ນ​ດ້ວຍ​ວາລະ​ປະຊຸມ​ຂອງ​ບັນດາ​ເຈົ້າໜ້າ​ທີ່​ຂັ້ນສູງ (SOM) ຢູ່​ນະຄອນຫຼວງ​ນີວ​ເດ​ລີ ປະ​ເທດ​ອິນ​ເດຍ. ທ່ານຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Pham Quang Vinh ​ເຂົ້າຮ່ວມ​ກອງ​ປະຊຸມ. ​ໃນ​ການ​ເຮັດ​ວຽກ​ເປັນ​ເວລາ 2 ວັນ, ບັນດາ​ເຈົ້າໜ້າ​ທີ່​ການ​ທູດ​ໄດ້​ຕີ​ລາຄາ​ຄືນ​ໃໝ່​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ໃນພາກ​ພື້ນ​ແມ່ນ້ຳຂອງ-​ແມ່ນ້ຳຮັ່ງ; ພິຈາລະນາ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ໄດ້​ຍົກ​ອອກ​ມາ​ທີ່ກອງ​ປະຊຸມພາກ​ພື້ນ​ແມ່ນ້ຳຂອງ-​ແມ່ນ້ຳຮັ່ງຄັ້ງທີ 5 ​ແລະ ວາງ​ອອກ​ທິດ​ທາງ​​ໃນອະນາຄົດ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ. ການ​ຮ່ວມ​ມື​ໃນ​ພື້ນ​ແມ່ນ້ຳຂອງ-​ແມ່ນ້ຳຮັ່ງ ​ໄດ້​ຖືກ​ສ້າງຕັ້ງຂຶ້ນ​ເມື່ອ​ວັນ​ທີ 10/11/2000 ຢູ່​ວຽງ​ຈັນ ປະ​ເທດ​ລາວ ​ເພື່ອ​ແນ​ໃສ່​ຈຸດປະສົງ​ວາງ​ອອກ​ວິ​ໄສ​ທັດ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ອິດ​ເດຍ ​ແລະ 5 ປະ​ເທດ​ສະມາຊິກ​ໃນ​ພື້ນ​ແມ່ນ້ຳຂອງ-​ແມ່ນ້ຳຮັ່ງ. ມາ​ຮອດ​ປະຈຸ​ບັນ, ມີ 4 ຂົງ​ເຂດ​ໄດ້​ຮັບ​ການ​ກຳນົດ​ບຸລິມະສິດ​ຮ່ວມ​ມື​ລະຫວ່າງ​ບັນດາ​ສະມາຊິກ​ພາກ​ພື້ນ​ແມ່ນ້ຳຂອງ-​ແມ່ນ້ຳຮັ່ງ ຄື: ການທ່ອງທ່ຽວ, ການ​ສຶກສາ, ການພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ຄົມມະນາຄົມຕິດ​ຕໍ່​ພົວພັນ.

 

 

 

 

 

 

 

ຂ່າວ/ບົດ​ອື່ນ