(VOVWORLD) -ໃນລະຫວ່າງວັນທີ 03 – 04 ເມສາ, ຢູ່ Baku, ປະເທດ Azerbaijan ໄດ້ດຳເນີນກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ (SOM) ຂອງຂະບວນການບໍ່ຮ່ວມກຸ່ມ
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ
(ພາບປະກອບ: TXXVN)
|
ເພື່ອກະກຽມໃຫ້ກອງປະຊຸມລັດຖະມົນຕີກາງສະໄໝຄັ້ງທີ 18 ຂະບວນການບໍ່ຮ່ວມກຸ່ມ ເຊິ່ງຈະດຳເນີນໃນລະຫວ່າງວັນທີ 05 – 06 ເມສາ. ກ່າວຄຳເຫັນທີ່ກອງປະຊຸມ, ຢູ່ປະເທດ ເວເນຊູເອລາ, ປະທານຂະບວນການບໍ່ຮ່ວມກຸ່ມ ໄດ້ຮຽກຮ້ອງເພີ່ມທະວີຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວ, ເສີມຂະຫຍາຍບົດບາດຕັ້ງໜ້າຂອງຂະບວນການ ໃນການສ້າງໂລກໃໝ່, ສະເໝີພາບ, ມີປະຊາທິປະໄຕກວ່າ, ຮັບປະກັນຜົນປະໂຫຍດຂອງບັນດາປະເທດພວມພັດທະນາ. ບັນດາເຈົ້າໜ້າທີ່ອາວຸໂສໄດ້ປຶກສາຫາລືບັນດາເນື້ອໃນສຳຄັນຂອງຮ່າງເອກະສານສຸດທ້າຍທີ່ຈະໄດ້ຍື່ນສະເໜີຕໍ່ກອງປະຊຸມຂັ້ນລັດຖະມົນຕີພິຈາລະນາ, ຮັບຮອງເອົາດ້ວຍບັນດາເນື້ອໃນສຳຄັນຄື ການປະຕິບັດບັນດາໂຄງການດຳເນີນງານໃຫຍ່ຂອງສະຫະປະຊາຊາດ, ບັນດາບັນຫາຄວາມໝັ້ນຄົງ ແລະ ຫຼຸດຜ່ອນກຳລັງທັບ, ກົດໝາຍສາກົນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ຮັກສາສັນຕິພາບ…
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ນຳໜ້າເຂົ້າຮ່ວມກອງປະຊຸມ SOM.