ໄຂກອງປະຊຸມໃຫ່ຍຂອງສະມັດຊາ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 33
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫ່ຍ
(ພາບ:kinhtetapdoan.net)
(vovworld)- ກອງປະຊຸມໃຫ່ຍຂອງສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 33 (AIPA) ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 17/9, ຢູ່ Lombok ແຂວງ Nusa Tenggara ປະເທດອິນໂດເນເຊຍ ດ້ວຍຫົວຂໍ້ສຳຄັນຄື: “ເພີ່ມທະວີບົດບາດຂອງລັດຖະສະພາມຸ້ງໄປເຖິງປະຊາຄົມອາຊຽນ 2015“. ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ Tong Thi Phong ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນໄຂກອງປະຊຸມໃຫ່ຍ AIPA 33, ທ່ານປະທານ AIPA Marzuki Alie ໄດ້ເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສຳຄັນຂອງກອງປະຊຸມໃຫ່ຍ AIPA 33 ຈັດຂຶ້ນຢູ່ອິນໂດເນເຊຍ ແຕ່ວັນທີ 17-22/9. AIPA ມີການປະກອບສ່ວນອັນຕັ້ງໜ້າ ແລະ ໃຫ່ຍຫຼວງເຂົ້າໃນວິວັດການຮ່ວມມື, ເຊື່ອມໂຍງ ແລະ ພັດທະນາໃນພາກພື້ນ. ກອງປະຊຸມໃຫ່ຍ AIPA 33 ຈະສຸມໃສ່ປຶກສາຫາລືບັນດາບັນຫາຊື່ງບັນດາປະເທດສະມາຊິກຕ່າງມີຄວາມສົນໃຈໃນບັນດາຂົງເຂດການເມືອງ, ເສດຖະກິດ, ສັງຄົມ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ AIPA ໃນສະພາບການໃໝ່ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງລັດຖະສະພາ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ວັດທະນະຖາວອນໃນພາກພື້ນ.