ໄຂການເຈລະຈາ ຮອບທີ 4 ກ່ຽວກັບ ສັນຍາການຄ້າເສລີ EU - ຫວຽດນາມ

ໄຂການເຈລະຈາ ຮອບທີ 4 ກ່ຽວກັບ ສັນຍາການຄ້າເສລີ EU - ຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 02/07, ຢູ່​ບຣຸ​ໄນ, ​ໄດ້​​ໄຂ​ເຈລະຈາຮອບ​ທີ 4 ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ - ສະຫະພາບ​ເອີ​ລົບ (VEFTA). ຮອບ​ເຈລະຈາ​ແກ່ຍາວ​ແຕ່​ວັນ​ທີ 02 – 05/07. ​​ເມື່ອແລກປ່ຽນ​ກັບວົງ​ການ​ນັກ​ຂ່າວ​ກ່ອນ​ການ​ເຈລະຈາ, ທ່ານ ​ເລືອ​ງຮ່ວາງ​ທ້າຍ, ຫົວໜ້າ​ກົມ​ນະ​ໂຍບາຍ​ການ​ຄ້າຫຼາຍ​ຝ່າຍ (ກະຊວງ​ອຸດສາຫະກຳ​ການ​ຄ້າ), ຊີ້​ແຈ້ງວ່າ ນີ້​ເປັນວາລະ​ທຳ​ອິດທີ່ 2 ຝ່າຍ​ດຳ​ເນີນການ​ເຈລະຈາ​ຢ່າງ​ແທ​ດຈິງ. ທ່ານ​ໃຫ້​ຮູ້​ວ່າ ​ໃນ​ການ​ເຈລະຈາ 3 ຮອບກ່ອນແມ່ນ​ເປັນ​ເອກະ​ພາບ​ນຳ​ກັນ​ບັນດາ​ເນື້ອ​ໃນ​ພື້ນຖານ​ກ່ຽວ​ກັບ​ກອບ​ສັນ​ຍາ ​ເພື່ອ​ຊີ້​ແຈ້ງ​ຄວາມ​ຮຽກຮ້ອງຕ້ອງການ, ບັນດາ​ຄວາມ​ປາດ​ຖະໜາ​ຂອງ​ກັນ. ​ເພາະສະ​ນັ້ນ, ຮອບ​ເຈລະຈາຮອບ​ທີ 4 ນີ້​ແມ່ນ​ສຳຄັນ​ທີ່​ສຸດ​ໃນ​ການ​ຫັນ​ຈາກ​ການ​ເຈລະຈາ​ ເຮັດ​ແຈ້ງ​ຜົນ​ປະ​ໂຫຍ​ດ​​ເປັນການ​ເຈລະຈາ​ແທດ​ຈິງ​ເພື່ອ​ເປີດ​ປະຕູ​ຕະຫຼາດ. ​ເພາະສະ​ນັ້ນ, ຈຸດ​ສຸມ​ຂອງ​ຮອບ​ເຈລະຈາ​​ທີ 4 ​ແມ່ນ​ບັນດາ​ບັນຫາ​ສຳຄັນ​ທີ່​ສຸດ​ຂອງ 2 ຝ່າຍ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ ສິນຄ້າ, ການ​ບໍລິການ, ການ​ລົງ​ທຶນ... ກໍ່​ຄື​ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ, ບັນດາ​ຂໍ້​ກຳນົດ​ລວມ​ກ່ຽວ​ກັບ​ດ້ານ​ການ​ຄ້າ, ສິນຄ້າ. ຕາມ​ທ່ານ ​ເລືອ​ງຮ່ວາງທ້າຍ ​ແລ້ວ,  2 ຝ່າຍພວມ​ລໍ​ຖ້າ​ຮອບ​ເຈລະຈາ​ທີ 4 ນີ້, ຫວຽດນາມ ​ແລະ EU ຈະ​ວາງ​ສີ​ລາ​ນຶກເພື່ອສ້າງ​ຕັ້ງ​ສັນຍາການ​ຄ້າ​ເສລີ​ EU - ຫວຽດນາມ.
ຂ່າວ/ບົດ​ອື່ນ