ໄຂງານຕະຫລາດນັດການຄ້າແລະການທ່ອງທ່ຽວເຂດສາມຫຼ່ຽມພັດທະນາ

ໄຂງານຕະຫລາດນັດການຄ້າແລະການທ່ອງທ່ຽວເຂດສາມຫຼ່ຽມພັດທະນາ - ảnh 1
(ໄຂ​ງານ​ຕະຫລາດນັດ​ການ​ຄ້າ ​ແລະ ການທ່ອງທ່ຽວ​ເຂດ​ສາມ
ຫຼ່ຽມ​ພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ)

(vovworld) ​ ​ ຕອນ​ຄ່ຳ​ວັນ​ທີ 08/12 ຢູ່​ແຂວງ ຈຳປາ​ສັກ, ພາກ​ໃຕ້ ລາວ, ​​ໄດ້​​ໄຂ​ງານ​ຕະຫລາດນັດ​ການ​ຄ້າ ​ແລະ ການທ່ອງທ່ຽວ​ເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ (CLV). ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫດການ​ທີ່​ດຳ​ເນີນ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຄະນະ​ກຳມະການ​ປະສານ​ງານຮ່ວມ​ຄັ້ງ​ທີ 10 ​ເຂດ​ສາມຫຼ່ຽມ​ພັດທະນາ CLV ຢູ່ ລາວ ດຳ​ເນີນ​ໃນລະຫວ່າງ​ວັນ​ທີ 7 – 11/12/2015. ງານ​ຕະຫລາດນັດ​ມີ​ການ​ເຂົ້າ​ຮ່ວມ​ ​ຂອງ​ວິ​ສາ​ຫະກິດ ລາວ, ກຳປູ​ເຈຍ ​ແລະ ຫວຽດນາມ ຢ່າງ ຫລວງຫລາຍ ດ້ວຍ​ຮ້າ​ນວາງສະ​ແດງ​ເກືອບ 300 ຮ້ານ, ທີ່​ວາງສະ​ແດງ​ບັນດາສິນຄ້າ​ໃຊ້​ສອຍ, ​ເຄື່ອງ​ຫັດຖະກຳ​ອຸດສາຫະກຳນ້ອຍ, ​ເຄື່ອງ​​ຫັດຖະກຳສິລະ​ປະ, ​ເຄື່ອງ​ຫັດຖະກຳ​ມູນ​ເຊື້ອ. ນອກ​ຈາກ​ນັ້ນ ຍັງ​ມີ​ບັນດາ​ຮ້ານ​ວາງສະ​ແດງ ​ແລະ ​ໂຄສະນາ​ບັນດາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານການທ່ອງ​ທ່ຽງ​ຂອງ 3 ປະ​ເທດ, ພິ​ເສດ​ແມ່ນ​ຢູ່​ເຂດ​ສາມ​ຫຼ່ຽມພັດທະນາ CLV. ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ຄັ້ງ​ນີ້, ຫວຽດນາມ ມີ​ບັນດາ​ວິ​ສາ​ຫະກິດ ມາ​ຈາກ​ແຂວງ​ຕ່າງໆໃນ​ເຂດ​ສາມຫຼ່ຽມ​ພັດທະນາ​ຄື: ​ແຂວງ ກອນ​ຕູມ, ​ແຂວງ ດັກ​ລັກ ​ແລະ ​ແຂວງ ​ເລີມ​ດົ່ງ, ດ້ວຍ​ບັນດາ​ຜະລິດ​ຕະພັນ​ທີ່​ເປັນ​ເອກະລັກ​ຂອງ​ທ້ອງ​ຖິ່ນ​ເຊັ່ນ: ກາ​ເຟ, ໝາກມ່ວງ​ຫິມະພານ, ໝາກພິກ​ໄທ…​ງານ​ຕະຫລາດນັດ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 11/12.

 

ຂ່າວ/ບົດ​ອື່ນ