ໄຂງານຕະຫຼາດນັດທ່ອງທ່ຽວສາກົນໃຫຍ່ສຸດຢູ່ຫວຽດນາມ
(vovworld) - ງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ VITM ຮ່າໂນ້ຍ 2017, ໄດ້ໄຂຂຶ້ນໃນວັນທີ 6/4 ຢູ່ຮ່າໂນ້ຍ. ນີ້ແມ່ນເຫດການທີ່ພົ້ນເດັ່ນຂອງຂະແໜງທ່ອງທ່ຽວຫວຽດນາມ, ໄດ້ຈັດຕັ້ງ ໃນເດືອນ 4ເປັນປະຈຳປີ ທີ່ນະຄອນຫຼວງຮ່າໂນ້ຍ. ເຂົ້າຮ່ວມ VITM ຮ່າໂນ້ຍປີ 2017 ມີວິສາຫະກິດ, ອົງການຄຸ້ມຄອງ, ສົ່ງເສີມການທ່ອງທ່ຽວເກືອບ 650 ແຫ່ງ ທີ່ມາຈາກ 43 ແຂວງ, ນະຄອນໃນທົ່ວປະເທດ ແລະ 25 ປະເທດ ແລະ ເຂດແຄ້ວນຄື ສາທາລະນະລັດເກົາຫຼີ, ຍີ່ປຸ່ນ, ປັກກິ່ງ ( ຈີນ ), ຟີລິບປິ່ນ, ໄທ, ລາວ, ສິງກະໂປ, ລັດເຊຍ…ຈຸດພິເສດຂອງ VITM ປີນີ້ ແມ່ນເປັນຄັ້ງທຳອິດທີ່ຢູ່ງານຕະຫຼາດນັດໄດ້ດຳເນີນງານມະໂຫລານອາຫານການກິນຄຸ້ມຖະໜົນສາກົນ, ດ້ວຍການເຂົ້າຮ່ວມຂອງພໍ່ຄົວທີ່ມີຊື່ສຽງພາຍໃນປະເທດ ແລະ ສາກົນນັບສິບໆຄົນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຮິ່ງຫວິງອ໋າຍ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເນັ້ນໜັກວ່າ:
“ໃນທ່າອ່ຽງແກ້ງແຍ້ງ ແລະ ໂລກາພິວັດຄືໃນປະຈຸບັນ, ເພື່ອຮັກສາ ແລະ ເປີດກວ້າງຕະຫຼາດທ່ອງທ່ຽວ, ວຽກງານການສົ່ງເສີມ, ການໂຄສະນານັບມື້ນັບສວມບົດບາດສຳຄັນ, ມີປັດໃຈເປັນຕາຍ. VITM ຮ່າໂນ້ຍ 2017 ໄດ້ຢືນຢັນວ່າ ແມ່ນເຫດການທ່ອງທ່ຽວທີ່ມີອິດທິພົນຊື່ສຽງ, ດຶງດູດຄວາມສົນໃຈ ແລະ ການເຂົ້າຮ່ວມຂອງບັນດາວິສາຫະກິດທ່ອງທ່ຽວຢ່າງເຂັ້ມງວດ, ບັນດາບໍລິສັດຂົນສົ່ງທີ່ຢູ່ພາຍໃນປະເທດ ແລະ ສາກົນກໍ່ຄື ເປັນບ່ອນເພື່ອໃຫ້ບັນດາອົງການຄຸ້ມຄອງສະຖານທີ່ທ່ອງທ່ຽວຂອງບັນດາທ້ອງຖິ່ນໄດ້ແນະນຳບັນດາຜະລິດຕະພັນ, ສະຖານທີ່ທ່ອງທ່ຽວໃໝ່ ”
ງານຕະຫຼາດນັດ VITM-ຮ່າໂນ້ຍ 2017 ຄັ້ງທີ 5 ໄດ້ຈັດຕັ້ງແຕ່ວັນທີ 6-9/4