ໄຂງານຕະຫຼາດນັດສິນຄ້າອຸດສາຫະກຳຫວຽດນາມ2015

ໄຂງານຕະຫຼາດນັດສິນຄ້າອຸດສາຫະກຳຫວຽດນາມ2015 - ảnh 1
ໄຂງານຕະຫຼາດນັດສິນຄ້າອຸດສາຫະກຳຫວຽດນາມ2015
(ພາບ: vietbao)


(vovworld) – ງານ​ຕະຫຼາດນັດ​ສິນຄ້າ​ອຸ​ດສາ​ຫະກຳ​ຫວຽດນາມ 2015 ຖື​ກ​ໄຂ​ຂຶ້ນ​​ໃນ​ຕ້ອນ​ເຊົ້າ​ວັນ​ທີ 20/10, ຢຸ່ຮ່າ​ໂນ້ຍ. ງານ​ຕະຫຼາດນັດ​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 20 – 23/10, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ ​150 ​ແຫ່ງແລະ ​ເກືອ​ບ 150 ບໍລິສັດ​ຕ່າງປະ​ເທດ​. ນີ້​ແມ່ນງານ​ຕະຫຼາດນັດສາກົນສະ​ເພາະ​ຂະ​ແໜງ​ອຸດສາຫະກຳ ​ເຊິ່ງ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ມີຂອບຂະໜາດ​ໃຫຍ່, ມີ​ປະສິດທິ​ຜົນ ​ແລະ ມີ​ອິດ​ທິພົນ​ຊື່​ສຽງ​ຢູ່​ຫວຽດນາມ, ກໍ​ຄື​ໃນ​ພາກ​ພື້ນ ​ແລະ ​ໂລກ. ງານ​ຕະຫຼາດນັດ​ໄດ້​ຮັບ​ຄວາມ​ຫວັງ​ວ່າ ຈະ​ແມ່ນ​​ໂອກາດ​ເພື່​ອ​ໃຫ້​ບັນດາ​ວິ​ສາ​ຫະກິດ, ບັນດາ​ນັກ​ຜະລິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ພົບ​ປະ, ​ແລ​ກປ່ຽນ, ຊອກ​ຫາຄູ່​ຮ່ວມ​ມື, ​ເປີດກວ້າງ​ຕະຫຼາດ. ພ້ອມ​ທັງ, ​ເພີ່ມ​ທະວີ​ຄວາມ​ສາມາດ​ຮ່ວມ​ມື​ລົງທຶນ, ປະ​ກອບ​ສ່ວນ​ຊຸກຍູ​້ກຳລັງ​ແກ່ງ​ແຍ້​ງຂອງ​ບັນດາ​ວິ​ສາ​ຫະກິດ​​ໃນ​ວິວັດທະນາ​ການ​ຫັນ​ເປັນ​ອຸດ​ສາ​ຫະກຳ ​ແລະ ​ເຊື່ອມ​​ໂຍງ​​ກັບເສດຖະກິດ​ສາກົນ.

ຂ່າວ/ບົດ​ອື່ນ