ໄຂງານບຸນ ອຽນຕື໋ (ພາບປະກອບ)
|
(vovworld) - ຕອນເຊົ້າວັນທີ 17/2 (ວັນທີ 10 ເດືອນຈຽງ), ຢູ່ເຂດປູຊະນີຍະສະຖານປະຫວັດສາດ ແລະ ທັດສະນີຍະພາບ ອຽນຕື, ນະຄອນ ອວງບີ໋, ແຂວງ ກວາງນິງ ໄດ້ດຳເນີນພິທີໄຂງານບຸນ ອຽນຕື ປີ 2016 ດ້ວຍການເຄື່ອນໄຫວຫຼາຍຢ່າງເຊັ່ນ: ພິທີແຫ່ເຄື່ອງຂອງບູຊາ, ລາຍການສະແດງສິລະປະພິເສດ, ການຟ້ອນສິງໂຕ, ຕີກອງ, ຕີລະຄັງ, ພິທີພາວະນາຂໍໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນຢູ່ເຢັນເປັນສຸກ, ພິທີຕີກາສັກສິດ ອຽນຕື. ມາ ອຽນຕື ໃນໂອກາດນີ້, ນັກທ່ອງທ່ຽວຍັງໄດ້ເຂົ້າຮ່ວມການລະຫຼິ້ນພື້ນເມືອງຕ່າງໆ, ແລະ ຊົມດອກເໝີຍເຫຼືອງຢູ່ ອຽນຕືອີກ. ງານບຸນນີ້ຈະແກ່ຍາວເປັນເວລາ 3 ເດືອນ.