ໄຂງານບຸນດອກບັກວິດ “ພະລັງຊີວິດເຂດພູພຽງຫີນ”

(VOVWORLD) -ຕອນຄຳວັນທີ 26 ພະຈິກ ຢູ່ເມືອງ ດົ່ງວັນ ແຂວງ ຮ່າຢາງ ງານບຸນດອກບັກວິດຄັ້ງທີ 8 ປີ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ເຊິ່ງມີການເຂົ້າຮ່ວມຂອງແຂກທ່ອງທ່ຽວຈາກທຸກສາລະທິດ
ໄຂງານບຸນດອກບັກວິດ “ພະລັງຊີວິດເຂດພູພຽງຫີນ” - ảnh 1

    ລາຍການສະແດງສິລະປະທີ່ພິທີໄຂງານບຸນດອອກບັກວິດ   “ພະລັງຊີວິດເຂດພູພຽງຫີນ”.

    ດ້ວຍຫົວຂໍ້ “ພະລັງຊີວິດເຂດພູພຽງຫີນ” ງານບຸນດອກບັກວິດ ແນໃສ່ໂຄສະນາ ແລະ ຊຸກຍູ້ການທ່ອງທ່ຽວໃນແຂວງຮ່າຢາງ. ມາຮ່ວມງານບຸນແຂກທ່ອງທ່ຽວຈະໄດ້ຮັບຊົມຄວາມງາມຂອງດອກບັກວິດ ນອກຈາກນັ້ນກໍ່ຍັງຈະໄດ້ຢ້ຽມຊົມຄົ້ນຫາຄວາມເປັນເອກະລັກສະເພາະຂອງວັດທະນະທຳ ແລະ ປະຊາຊົນຢູ່ເຂດພູພຽງຫີນ ດົ່ງວັນ ທີ່ໃຫຍ່ໂຕມະໂຫຖານ.  ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ຮ່າຢາງ ຫງວຽນວັນເຊີນ ເນັ້ນໜັກວ່າ ນີ້ແມ່ນເຫດການວັດທະນະທຳທ່ອງທ່ຽວທີ່ສຳຄັນ ແນໃສ່ເຊີດຊູຄວາມງາມຂອງດອກໄມ້ທີ່ເປັນເອກະລັກສະເພາະຢູ່ເຂດພູພຽງຫີນ ແລະ ແຜ່ກະຈາຍບັນດາຄຸນຄ່າທີ່ເປັນເອກະລັກ,  ບັນດາຮູບພາບທີ່ສວຍງາມ ກ່ຽວກັບທຳມະຊາດ ປະຊາຊົນ ວັດທະນະທຳ ຄວາມຄາດຫວັງບືນຕົວຂຶ້ນຂອງພໍ່ແມ່ພີ່ນ້ອງບັນດາເຜົ່າໃນແຂວງ ຮ່າຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ