ໄຂງານບຸນດອກໄມ້ລະດູບານໃຫມ່ ຕາວດ່ານ ປີ 2013

ໄຂງານບຸນດອກໄມ້ລະດູບານໃຫມ່ ຕາວດ່ານ ປີ 2013 - ảnh 1
ງານ​ບຸນ​ດອກ​ໄມ້​ລະດູບານ​ໃຫມ່ ນະຄອນ ​ໂຮ່ຈິ​ມິນ
ພາບ:internet

(vovworld) -  ງານ​ບຸນ​ດອກ​ໄມ້​ລະດູບານ​ໃຫມ່ ນະຄອນ ​ໂຮ່ຈິ​ມິນ ປີ​ໃຫມ່​ມະ​ເສ​ງ ​ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 5/2 ຢູ່ ສວນສາທາລະນະ​ວັດທະນະທຳ ຕາວ​ດ່ານ ​ເມືອງ 1. ງານ​ບຸນ​ດອກ​ໄມ້​ໄດ້​ແບ່ງ​ເປັນ 3 ​ເຂດ, ​ໃນນັ້ນ​ວາງສະ​ແດງ​ດອກ​ໄມ້, ປາ.., ຫີນ​ສິລະ​ປະ ​ເກືອບ 8000 ຢ່າງ ຂອງ​ນັກ​ສິລະ​ປະກອນ 600 ຄົນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ຈຸດ​​ເດັ່ນ​ຂອງ​ງານ​ບຸນ​ດອກ​ໄມ້​ລະດູບານ​ໃຫມ່​ປີ​ນີ້ ​ແມ່ນ​ຮູບ​ພາບ​ຂອງ​ມັງກອນ 2​ໂຕ ມີ​ຄວາມ​ຍາວ 80 ​​ແມັດ ເຮັດດ້ວຍ​ດອ​ກ​​ສາມ​ປີ​ບໍ່​ຫ່ຽວ ຕາມ​ຮູບ​ແບບ​ທົ່ງນາ​ຂັ້ນ​ໄດ. ນອກ​ນັ້ນ ຍັງ​ວາງສະ​ແດງ​ຮູບ​​ແບບ​ຫລາຍ​ຢ່າງ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ຊົມ​ເປັນ​ຈຳນວນ​ຫລວງຫລາຍ ນັ້ນ​ແມ່ນ​ຮູບ​ປັ້ນ​ແມ່ຍິງ ຫວຽດນາມ ຕັ້ງ​ຢູ່​​ໃນສວນ​ດອກ​ໄມ້​ນາໆ​ຊະນິດ​ທີ່​ມີ​ສີສັນ​ຫລາກ​ຫລາຍ. ງານ​ບຸນ​ດອກ​​ໄມ້​ດັ່ງກ່າວ​ຈະ​ອັດ​ລົງ​ໃນ​ວັນ​ທີ 16/2 ຄື​ວັນ​ທີ 7 ​ເດືອນ​ຈຽງ​​.

 


ຂ່າວ/ບົດ​ອື່ນ