ໄຂງານບຸນທ່ອງທ່ຽວ ເກື໋ອຫລໍ່ (ເງະອານ) ປີ 2018

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມ ແລະ ລັ່ນກອງໄຂງານບຸນທ່ອງທ່ຽວ ເກື໋ອຫລໍ່
ໄຂງານບຸນທ່ອງທ່ຽວ ເກື໋ອຫລໍ່ (ເງະອານ) ປີ 2018 - ảnh 1ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ລັ່ນກອງໄຂງານບຸນ

ງານບຸນການທ່ອງທ່ຽວ ເກື໋ອຫລໍ່ ປີ 2018 ຢູ່ແຂວງ ເງະອານ ໄດ້ຖືກໄຂຂຶ້ນໃນຕອນຄ່ຳວັນທີ 29 ເມສາ, ໝັ້ນໝາຍວ່າຈະແມ່ນປີທ່ອງທ່ຽວເຕັມໄປດ້ວຍຄວາມຟົດຟື້ນຢູ່ທ້ອງຖິ່ນ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມ ແລະ ລັ່ນກອງໄຂງານບຸນທ່ອງທ່ຽວ ເກື໋ອຫລໍ່. ເຂົ້າຮ່ວມພິທີຍັງມີບັນດາການນຳແຂວງ ເງະອານ, ຜູ້ຕາງໜ້າສະຖານທູດຂອງບາງປະເທດ ປະຈຳ ຫວຽດນາມ ແລະ ປະຊາຊົນທ້ອງຖິ່ນເປັນຈຳນວນຫຼວງຫຼາຍ. ລາຍການຄ່ຳຄືນງານບຸນດ້ວຍຫົວຂໍ້ວ່າ “ເກື໋ອຫລໍ່ - ເຕົ້າໂຮມ ແລະ ແຜ່ຂະຫຍາຍ”. ຈຸດພົ້ນເດັ່ນຂອງລາຍການສະແດງສິລະປະດ້ວຍສານທີ່ວ່າ ລຸ້ນໜຸ່ມໃນປະຈຸບັນ ອອກແຮງຮັກສາ ແລະ ເສີມຂະຫຍາຍບັນດາທ່າແຮງທີ່ມີຢູ່ແລ້ວກ່ຽວກັບການທ່ອງທ່ຽວ ເກື໋ອຫລໍ່ ຢ່າງບໍ່ຢຸດຢັ້ງ, ຮຽກຮ້ອງການປົກປັກຮັກສາສິ່ງແວດລ້ອມ, ປົກປັກຮັກສາທະເລຂຽວ ເພື່ອໃຫ້ຍາມໃດກໍ່ສົມເປັນສະຖາທີ່ດຶງດູດແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ