ໄຂງານບຸນທີ່ເປັນມູນເຊື້ອ ລະນຶກເຖິງວັນມໍລະນະກຳຂອງນັກຮົບວິລະຊົນຂອງຊາດ ຫງວຽນຈູງຈຶກ ຄົບຮອບ 154 ປີ
(VOVWORLD) -ນີ້ແມ່ນໂອກາດເພື່ອສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ນັກຮົບວິລະຊົນຂອງຊາດ ຫງວຽນຈູງຈຶກ - ຜູ້ທີ່ເສຍສະຫຼະຊີວິດເພື່ອຊາດເມື່ອອາຍຸ 30 ປີ.
ລາຍການສະແດງສິລະປະວັນນະຄະດີ (ພາບ: TTXVN) |
ຕອນຄ່ຳວັນທີ 21 ກັນຍາ, ງານບຸນທີ່ເປັນມູນເຊື້ອລະນຶກເຖິງວັນມໍລະນະກຳຂອງນັກຮົບວິລະຊົນຂອງຊາດ ຫງວຽນຈູງຈຶກ ຄົບຮອບ 154 ປີ (1868 – 2022) ໄດ້ໄຂຂຶ້ນຢູ່ນະຄອນ ແຣກຢ໊າ, ແຂວງ ກຽນຢາງ. ນີ້ແມ່ນໂອກາດເພື່ອສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ນັກຮົບວິລະຊົນຂອງຊາດ ຫງວຽນຈູງຈຶກ - ຜູ້ທີ່ເສຍສະຫຼະຊີວິດເພື່ອຊາດເມື່ອອາຍຸ 30 ປີ. ງານບຸນນີ້ ແມ່ນໂອກາດເພື່ອໃຫ້ປະຊາຊົນທຸກຄົນສະແດງຄວາມຮັບຜິດຊອບ ແລະ ມີຄວາມຢຶດໝັ້ນກວ່າໃນການປົກປັກຮັກສາພື້ນຖານເອກະລາດ, ເສລີພາບ ເຊິ່ງລຸ້ນພໍ່ລຸ້ນອ້າຍ ໄດ້ຍາດມາໄດ້. ພາຍຫຼັງພິທີໄຂ, ລາຍການສະແດງສິລະປະທີ່ມີຫຼາຍລາຍການທີ່ເປັນເອກະລັກສະເພາະ ກໍໄດ້ດຳເນີນດ້ວຍຮູບແບບເວທີສະແດງລະຄອນ.
ງານບຸນມູນເຊື້ອນັກຮົບວິລະຊົນຂອງຊາດ ຫງວຽນຈູງຈຶກ ໄດ້ດຳເນີນແຕ່ວັນທີ 21 – 23 ກັນຍາ (ກົງວັນກັບທີ 26 – 28 ເດືອນ 8 ໄລ່ຕາມຈັນທະປະຕິທິນ), ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນ ແລະ ເຕັມໄປດ້ວຍສີສັນວັດທະນະທຳພາກໃຕ້.