ໄຂງານບຸນລະດູບານໃໝ່ ກົນເຊີນ - ກຽບບາກ 2018

(VOVWORLD) - ທ່ານ ເລືອວັນເກົ່າ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ຫາຍເຢືອງ ໄດ້ຊີ້ແຈ້ງວ່າ: “ກົນເຊີນ - ກຽບບາກ ມີຄວາມໝາຍ, ຄວາມສຳຄັນດ້ານປະຫວັດສາດ

ຕອນເຊົ້າວັນທີ 3 ມີນາ, ເຂດປູຊະນີຍະສະຖານ ກົນເຊີນ, ຄະນະກຳມະການປະຊາຊົນແຂວງ ຫາຍເຢືອງ ໄດ້ຈັດຕັ້ງພິທີໄຂງານບຸນລະດູບານໃໝ່ ກົນເຊີນ - ກຽບບາກ 2018, ປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີ ຮັບຮອງເອົາແຜ່ນສີລາ “ກົນເຊີນຕືຟຸກຕຶບີ” ແມ່ນຂອງປະເສີດຂອງຊາດ ແລະ ອາໄລຫາ 684 ປີ (1334 – 2018) ແຫ່ງວັນເຖິງແກ່ມໍລະນະພາບຂອງ ຮ່ວຽນໂຕນຢ໋າ ລຸ້ນທີ 3 ຂອງນິກາຍຈຸກເລີມ. ກ່າວຄຳເຫັນທີ່ພິທີ, ທ່ານ ເລືອວັນເກົ່າ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ຫາຍເຢືອງ ໄດ້ຊີ້ແຈ້ງວ່າ: “ກົນເຊີນ - ກຽບບາກ ມີຄວາມໝາຍ, ຄວາມສຳຄັນດ້ານປະຫວັດສາດ; ສະແດງໃຫ້ເຫັນຄຸນງາມຄວາມດີອັນໃຫຍ່ຫຼວງຂອງນິກາຍ ຈຸກເລີມ ຕໍ່ພາລະກິດແຫ່ງການສ້າງສາ, ປົກປັກຮັກສາ, ຄວາມເອກອ້າງທະນົງໃຈຕໍ່ຊາດ, ຄຸນງາມຄວາມດີຂອງ ຮ່ວຽນໂຕນຢ໋າ, ລຸ້ນທີ 3 ຂອງນິກາຍຈຸກເລີມ”.

ຕອບກັບ

ຂ່າວ/ບົດ​ອື່ນ