ໄຂງານບຸນໜັງສືພິມລະດູບານໃໝ່ປີມະໂຣງ 2012

ໄຂງານບຸນໜັງສືພິມລະດູບານໃໝ່ປີມະໂຣງ 2012 - ảnh 1
( ພາບ : ອີນເຕີແນດ )

​​ເນື່ອງ​ໃນ​​ໂອກ​າ​ດຕອນຮັບ​ບຸນປີ​ໃໝ່ ປີ​ມະ​ໂຣງ 2012, ຢູ່​ທ້ອງ​ຖີ່​ນ​ຕ່າງໆໄດ້​ຈັດ​ງານ​ບຸນ​ລະດູບານ​​​ໃໝ່​ດ້ວຍ​ບັນດາການ​ເຄື່ອນ​ໄຫວ​ວັດທະນະທຳດ້ານ​ຈິດ​ໃຈ​ຢ່າງ​ແທດ​ຈິງ. ວັນ​ທີ 21 ມັງກອນ, ຢູ່ ​ແຂວງ ດັກ​ນົງ ​ໄດ້​​ໄຂ​ງານ​ບຸນໜັງສືພິມ​ລະດູບານ​​ໃໝ່​ປີ​ມະ​ໂຣງ 2012. ງານ​ບຸນໜັງສືພິມ​ລະດູບານ​​ໃໝ່​ແຂວງ ດັກ​ນົງ ​ໄດ້​ເປີດ​ປະຕູ​ຮອດ​ວັນ​ທີ 2 ກຸມພາ ​ເພື່ອ​ຮັບ​ໃຊ້​ຜູ້​ອ່ານ​ໃນ​ແຂວງ. ພາບ​ຫຼັງງານ​ໜັງສືພິມ​ລະດູບານ​​ໃໝ່​, ບັນດາ​ສິ່ງ​ພິມໜັງສືພິມ​ຈະ​​ມອບ, ​ໃຫ້​ແກ່ປະຊາຊົນບັນ​ດາ​​ເຜົ່າ​ສ່ວນ​ນ້ອຍ, ປ້ອມ​ປ້ອງ​ກັນຊາ​ຍ​ແດນ​​ເປັນ​ຂອງຂວັນ.

ວັນ​ທີ 21 ມັງກອນ, ແຂວງ ບາກ​ລ້ຽວ ​ໄດ້​ຈັດ​ງານ​ບຸນລະ​ດູບານ​ໃໝ່ ​ປີ​ມະ​ໂຣງ 2012 ດ້ວຍ​ຫົວ​ເລື່ອງ “ ຊົມ​ເຊີຍ​ລະດູບານ​ໃໝ່ປີ​ມະ​ໂຣງ, ຊົມ​ເຊີຍ​ພັກ​ທີ່​ມີ​ກຽດສະຫງ່າ​, ຊົມ​ເຊີຍແຂວງ ບາກ​ລ້ຽວ ປ່ຽນ​​ແປງໃໝ່ ​ແລະ ພັດທະນາ ”. ຢູ່​ທີ່​ງານບຸນປີລະດູບານ​ໃໝ່​​​ໄດ້​ຈັດ​ງານບຸນ​ໜັງສືພິມ​ລະດູບານ​​ໃໝ່​ປີ​ມະ​ໂຣງ 2012, ງານ​ວາງສະ​ແດງ​ຮູບ​ຖ່າຍ​ສະ​ຖານະ​ການ​ສິລະ​ປະ, ຮູບ​ລະດົມ​ກ​ຳລັງ​ໃຈສະ​ເຫຼີ​ມສະຫຼອງ 15 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ ບາກ​ລ້ຽວ ຄືນ​ໃໝ່ ( 1 ມັງກອນ ) ​ແລະ​ອື່ນ​ໆ. ເນື່ອງ​ໃນ​ໂອກາດ​ນີ້, ບໍລິສັດຫ້ວຍ​ພັດທະ​ນາ ບາກ​ລ້ຽວ ​ໄດ້​ມອບ​ຂອງຂວັນ 300 ພຸດ​ໃຫ້​ແກ່​ຜູ້​ຫ້ອຍ​ທີ່​ທຸກ​ຍາກ.

ງານ​ບຸນ​ດອກ​​ໄມ້, ງານບຸ​ນ​ໜັງສືພິມ​ລະດູບານ​ໄມ້​, ງານ​ວາງສະ​ແດງ​ສິລະ​ປະ ​ແລະ ຖ່າຍຮູບ​ລະດູບານ​ໃໝ່ ປີ​ມະ​ໂຣງ 2012 ຢູ່​ແຂວງ ບິງ​​ເຢືອງ ຖືກຈັດ​ຂື້ນ​ໃນ​ວັນ​ທີ່ 21 - 28 ມັງກອນ ( ວັນ​ທີ 28 ​ເດືອນ​ 12 ເຖິງ ວັນ​ທີ 5 ​ເດືອ​ນຈຽງຕາມ​ຈັນທະ​ປະຕິທິນ ). ງານ​ບຸນ​ດອກ​​ໄມ້​​ມີ 800 ​ໂຖ​ດອກ​ໄມ້ຂອງ​ບັນດາ​ຜູ້​ປູກ​ຕົ້ນ​​ໄມ້​ປະດັບ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງແຂວງ. ຄະນະ​ຈັດ​ຕັ້ງ​ໄດ້​ເລືອກ​ອົາ 92 ​ໂຖ​ດອກ​​ໄມ້​ງາມ​ທີ່​ສຸ​ດເມື່ອ​ມອບ​ລາງວັນ .

ຂ່າວ/ບົດ​ອື່ນ