ໄຂງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ່ 12ປີ 2016 ຮອບຄັດເລືອກ ເຂດພາກໃຕ້
|
(vovworld)- ຕອນຄ່ຳ ວັນທີ 22 ມີນາ, ຢູ່ນະຄອນລອງຊວຽນ , ແຂວງ ອານຢາງ, ໄດ້ຈັດພິທີໄຂງານປະກວດກະຈາຍສຽງທົ່ວປະເທດຮອບຄັດເລືອກ ຄັ້ງທີ 12 ປີ 2016, ເຂດພາກໃຕ້. ມີ 87 ລາຍການກະຈາຍສຽງ, ຂອງ 21 ແຂວງ ແລະ ນະຄອນປະກອບມີລາຍການສາລະຄະດີ, ລາຍການສຳພາດ, ລາຍການກະຈາຍສຽງສັງລວມ, ເລື່ອງລາວໂທລະໂຄ່ງ ແລະ ລາຍການຖ່າຍທອດສົດໄດ້ເຂົ້າຮ່ວມການແຂ່ງຂັນ. ທ່ານ ເຈີ່ນມິງຫຸ່ງ, ຮອງຜູ້ອຳນວຍການໃຫຍ່ ສະຖານີວິທະຍຸກະຈາຍສຽງຫວຽດນາມເນັ້ນໜັກວ່າ ງານປະກວດກະຈາຍສຽງຄັ້ງນີ້ ແມ່ນໂອກາດເພື່ອຍົກຍ້ອງບັນດານັກຂຽນບົດ, ຜະລິດລາຍການ, ລາຍການກະຈາຍສຽງດີເດັ່ນ ຊຶ່ງໄດ້ສ່ອງແສງຕົວຈິງການເຄື່ອນໄຫວຂອງປະເທດຢ່າງມີຊີວິດຊີວາດ້ວຍບັນດາແບບຢ່າງທີ່ກ້າວໜ້າໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.