(vovworld) - ຕອນຄຳ່ວັນທີ 14/4, ຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານ ຮູ່ງ (ນະຄອນ ວຽດຈີ່, ແຂວງ ຟູ໋ທໍ້), ຄະນະຈັດຕັ້ງພິທີໄຫວ້ບູຊາເຈົ້າຊີວິດ ຮູ່ງ - ງານບຸນວິຫານ ຮູ່ງ 2013 ໄດ້ໄຂງານບຸນວັດທະນະທຳ, ງານມະໂຫລານຂັບຊວານ ແລະ ເພງພື້ນເມືອງ ຟູ໋ທໍ້ ຄັ້ງທີ 3. ນອກຈາກເລື່ອງໂຄສະນາເຜີຍແຜ່, ເຊີດຊູ ຂັບຊວານ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງໂລກຄວນໄດ້ຮັບການປົກປັກຮັກສາຢ່າງຮີບດ່ວນ ແລະ ງານມະໂຫລານຂັບຊວານ ແລະ ເພງພື້ນເມືອງ ຟູ໋ທໍ້ ຍັງແມ່ນໂອກາດເພື່ອໃຫ້ແຂວງ ຟູ໋ທໍ້ຕີລາຄາໝາກຜົນຂອງວິວັດການສະສົມ, ຄົ້ນຄ້ວາ, ຟື້ນຟູທຳນອງເພງຂັບຊວານຢູ່ບັນດາກອງຂັບຊວານ, ສະໂມສອນ ຂັບຊວານໃນບໍລິເວນ ແຂວງ. ຄະນະກຳມະການປະຊາຊົນ ແຂວງ ຟູ໋ທໍ້ ໄດ້ສ້າງແຜນຮ່າງເຄື່ອນໄຫວລະອຽດຄື: ສ້າງກົດລະບຽບມອບນາມມະຍົດນັກສິລະປິນຂັບຊວານ ຟູ໋ທໍ້, ນຳຂັບຊວານ ເຂົ້າສູ່ໂຮງຮຽນ, ມີແຜນການລົງທຶນວາງແຜນ, ອະນຸລັກຮັກສາ, ບູລະນະປະຕິສັງຂອນບັນດາປູຊະນີຍະສະຖານທີ່ກ່ຽວຂ້ອງເຖິງມໍລະດົກວັດທະນະທຳບໍມີຮູບຮ່າງ ຂັບຊວານ...