ໄຂງານມະໂຫລານ ໂຄສະນາເຄື່ອນທີ່ ທົ່ວປະເທດ “ກັບຄືນສູ່ດ້ຽນບຽນ“
(ພາບ: http://laocai.gov.vn)
(vovworld)- ຕອນຄ່ຳວັນທີ 10/3, ງານມະໂຫລານໂຄສະນາເຄື່ອນທີ່ທົ່ວປະເທດ “ກັບຄືນສູ່ດ້ຽນບຽນ“ ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນດ້ຽນບຽນຝູ, ແຂວງດ້ຽນບຽນ. ນີ້ແມ່ນການເຄື່ອນໄຫວມຸ້ງໄປສູ່ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7/5/1954-7/5/2014) ໂດຍກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຫວຽດນາມ ຈັດຕັ້ງຂຶ້ນ ແລະ ມີການເຂົ້າຮ່ວມຂອງນັກສະແດງກ່ວາ 1000 ຄົນທີ່ມາຈາກ 48 ແຂວງ, ນະຄອນໃນທົ່ວປະເທດ. ບັນດາກອງສິລະປະກອນເຂົ້າຮ່ວມງານມະໂຫລານໄດ້ສະແດງບັນດາລາຍການເພງ, ວາດຟ້ອນທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ, ວາດພາບໃຫ້ເຫັນໄລຍະທາງອັນສະຫງ່າລາສີຂອງກອງທັບ ແລະ ປຊຊ ຫວຽດນາມ ໃນໄຊຊະນະດ້ຽນບຽນຝູ. ນັກດົນຕີຫງວຽນງອກເຕິນ, ຄະນະໂຄສະນາເຄື່ອນທີ່ແຂວງກວາງບິງ ໃຫ້ຮູ້ວ່າ:
“ການເດີນທາງໄປບ້ຽນບຽນ ຊື່ງແມ່ນສະຖານທີ່ຕິດພັນກັບຊື່ສຽງຂອງທ່ານພົນເອກວໍ້ງວຽນຢາບ ໜຶ່ງໃນບັນດາລູກຫຼານຜູ້ດີເດັ່ນຂອງບ້ານເກີດເມືອງນອນກວາງບິງ ໃນຄັ້ງນີ້, ສະມາຊິກທຸກຄົນໃນຄະນະລ້ວນແຕ່ມີຄວາມຕື້ນຕັນໃຈທີ່ສຸດ. ໃນຊຸມວັນຢູ່ດ້ຽນບຽນ, ພວກຂ້າພະເຈົ້າສຸມໃສ່ການໂຄສະນາ 60 ປີແຫ່ງວັນປົດປ່ອນດ້ຽນບຽນ ແລະ ໄປສະແດງຢູ່ເຂດຫ່າງໄກສອກຫລີກ, ເຂດພູດອຍຕາມການຈັດແບ່ງຂອງຄະນະຈັດຕັ້ງເພື່ອແນ່ໃສ່ໂຄສະນາກ່ຽວກັບໄຊະນະໃນ 60 ປີກ່ອນ“./.