ໄຂງານມະໂຫລານກະ ຈາຍສຽງທົ່ວປະເທດ ຄັ້ງທີ 11




ໄຂງານມະໂຫລານກະ ຈາຍສຽງທົ່ວປະເທດ ຄັ້ງທີ 11 - ảnh 1

(ພາບ: vov)

 (vovworld)- ​ໃນ​ຂອບ​ເຂດ​ງານ​ມະ​ໂຫລານ​ກະຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງທີ 11 ຢູ່​ນະຄອນ​ດ່າ​ລາດ-​ແຂວງ​ເລີມ​ດົ່ງ, ວັນ​ທີ 25/4, ​ໄດ້​ຈັດ​​ກອງ​ປະຊຸມ​ສຳ​ມະ​ນາ​ ​ “ເຕັກ​ໂນ​ໂລ​ຊີ​ໃໝ່​ໃນ​ສັງກາດ​ກະຈາຍສຽງ Digital“ ​ແລະ “ຈັດຕັ້ງບັນນາທິການ​ໃນ​ອົງການ​ສື່​ມວນ​ຊົນ​ຫຼາຍ​ປະ​ເພດ“. ຜູ້​ແທນ​ກ່ວາ 500 ຄົນ​ແມ່ນ​ພະນັກງານ, ບັນນາທິການ, ນັກ​ຂ່າວ, ນັກ​ເຕັກນິກ​ຂອງ​ກ່ວາ 60 ຫົວໜ່ວຍ​ກະຈາຍສຽງ-​ໂທລະພາບ​ໃນ​ທົ່ວ​ປະ​ເທດ​ໄດ້​ເຂົ້າຮ່ວມ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະຊຸມ​ສຳ​ມະ​ນາ​ ​ “ຈັດຕັ້ງບັນນາທິການ​ໃນ​ອົງການ​ສື່​ມວນ​ຊົນ​ຫຼາຍ​ປະ​ເພດ“, ທ່ານ​ຫວູ້ຫາຍ, ຮອງ​ຜູ້ອຳນວຍການ​ໃຫ່ຍວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເນັ້ນໜັກ​ວ່າ​:

   “ບັນດາ​ອົງການ​ສື່ສານ​ໄດ້ ​ແລະ ພວມ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ຢ່າງ​ສຸດ​ຂີດ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂໍ້​ມູນ​ຂ່າວສານ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ​ຂອງ​ມະຫາຊົນ​ໃນ​ສັງຄົມ. ​ໃນ​ເງື່ອນ​ໄຂ​ນັ້ນ, ການ​ພັດທະນາ​ບັນດາ​ທັກ​ສະ​ຂອງ​ນັກ​ຂ່າວ​ແມ່ນ​ຄວາມ​ຕ້ອງ​ການ​ພັດທະນາ​ໃນ​ການ​ແກ່ງ​ແຍ້​ງ. ສະນັ້ນ, ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ, ​ໃນ​ກອງ​ປະຊຸມ​ສຳ​ມະ​ນາຄັ້ງນີ້, ດ້ວຍ​ເນື້ອ​ໃນ​ສຸມ​ໃສ່​ການ​ແລກ​ປ່ຽນ​ບົດຮຽນ​ໃນ​ການ​ເຮັດ​ວຽກ​ໃນ​ອົງການ​ສື່ສານ​ຫຼາຍ​ປະ​ເພດ, ວິທີ​ສ້າງ ​ແລະ ຄຸ້ມ​ຄອງ​ເນື້ອ​ໃນ​ນະ​ນຳ​ມາ​ເຊິ່ງຫຼາຍ​ຂໍ້​ມູນ​ຂ່າວສານ ​ແລະ ບົດຮຽນ​ທີ່​ມີຄ່າ​ໃຫ້​ແກ່​ບັນດາ​ນັກ​ຂ່າວ​ໃນ​ທົ່ວ​ປະ​ເທດ“.


ໄຂງານມະໂຫລານກະ ຈາຍສຽງທົ່ວປະເທດ ຄັ້ງທີ 11 - ảnh 2

(ພາບ: vov)

   ກ່ອນ​ໜ້ານັ້ນ, ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 24/4, ງານ​ມະ​ໂຫລານ​ກະຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງທີ 11 ປີ 2014 ​ໂດຍ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ສະຖານີ​ວິທະຍຸກະຈາຍສຽງ-​ໂທລະພາບ​ແຂວງ​ເລີມ​ດົ່ງ ສົມທົບ​ກັນ​ຈັດຕັ້ງຂຶ້ນ​ຢູ່​ນະຄອນ​ດ່າ​ລາດ-​ແຂວງ​ເລີມ​ດົ່ງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຫວູ້ຫາຍ, ຮອງ​ຜູ້ອຳນວຍການ​ໃຫ່ຍວິທະຍຸ​ກະຈາຍສຽງ​ຫວຽດນາມ, ຫົວໜ້າ​ຄະນະ​ຈັດຕັ້ງງານ​ມະ​ໂຫລານ​ເນັ້ນໜັກ​ວ່າ:

  “ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ປຶກສາ​ຫາລື​ເພື່ອ​ເຮັດ​ແຈ້ງ​ບັນດາ​ສິ່ງ​ທ້າ​ທາຍ​ພວມ​ວາງ​ອອກ​ສຳລັບ​ຂະ​ແໜງ​ກະຈາຍສຽງ​ຫວຽດນາມ ​ແລະ ການ​ປ່ຽນ​ແປງ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ນັ້ນ. ພວກ​ເຮົາ​ຈະ​ສ້າງ​ບັນດາ​ການ​ປ່ຽນ​ແປງ​ເພື່ອ​ຢືນຢັນ​ວ່າ, ກະຈາຍສຽງ​ຍາມ​ໃດ​ກໍ່​ແມ່ນ​ພາຫະນະ​ສື່​ສານແຫຼມ​ໂຄມ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ສຳຄັນ​ອັນ​ດັບ​ໜຶ່ງ​ໃນ​ການ​ກຳນົດ​ທິດ​ຫາງສຽງ, ສະໜອງ​ຂໍ້​ມູນ​ຂ່າວສານ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານບັນ​ເທິງ​ໃຫ້​ແກ່​ມະຫາຊົນ​ໃນ​ໄລຍະ​ ​ເຕັກ​ໂນ​ໂລ​ຊີ Digital ​ແລະ ອິນ​ເຕີ​ແນັດທີ່ທັນ​ສະ​ໄໝ, ​ ຊື່​ງ​ແມ່ນ​ໄລຍະ​ທີ່​ການ​ກະຈາຍສຽງ​ ​ Digital ແມ່ນທ່າ​ອ່ຽງທີ່​ຕ້ອງ​ເປັນ​ໄປສຳລັບ​ການ​ພັດທະນາ​ຂອງ​ຂະ​ແໜງ​ກະຈາຍສຽງ​ຫວຽດນາມ“./.


ຂ່າວ/ບົດ​ອື່ນ