ໄຂ​ງານມະ​ໂຫລານກ​ະ​ຈາຍ​ສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 14

(VOVWORLD) -ຕອນຄ່ຳວັນທີ 25 ມິຖຸນາ, ຢູ່ນະຄອນ ກາວແລ້ງ, ແຂວງດົ່ງທາບ, ສະຖານີວິທະຍຸກະຈາຍສຽງຫວຽດນາມສົມທົບກັບຄະນະກຳມະການປະຊາຊົນແຂວງດົ່ງທາບ ຈັດຕັ້ງພິທີໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 14ຂຶ້ນ ແລະ ດຳເນີນໃນລະຫວ່າງ ວັນທີ 24  - 27 ມິຖຸນາ.
ໄຂ​ງານມະ​ໂຫລານກ​ະ​ຈາຍ​ສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 14 - ảnh 1ພິທີໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 14

ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 14 ດ້ວຍຫົວຂໍ້ “ກະຈາຍສຽງ - ປ່ຽນແປງໃໝ່ ແລະ ມີຫຼາຍຮູບຫຼາຍແບບ” ໂດຍໄດ້ຄັດເລືອກເອົາ 231 ຜະລິດຕະພັນສື່ມວນຊົນເຂົ້າຮອບຊີງຊະນະເລີດດ້ວຍ 6 ປະເພດ. ທ່ານເຈິ່ນມິງຮຸ່ງ, ຮອງຜູ້ອຳນວຍການວິທະຍຸກະຈາຍສຽງຫວຽດນາມ, ຫົວໜ້າຄະນະຈັດຕັ້ງງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 14 ໃຫ້ຮູ້ວ່າ:

ນີ້ແມ່ນໂອກາດເພື່ອໃຫ້ບັນດາຜູ້ປະກອບອາຊີບກະຈາຍສຽງລົງທຶນປ່ຽນແປງໃໝ່ລາຍການ, ຍົກສູງຄຸນນະພາບຂອງລາຍການ. ປ່ຽນແປງນັບແຕ່ເນື້ອໃນ, ວິທີການສຳຜັດກັບບັນຫາ, ວິທີການສະແດງອອກຂອງລາຍການຈົນຮອດເຕັກໂນໂລຢີ. ດັ່ງນັ້ນ, ພວກຂ້າພະເຈົ້າຈຶ່ງເລືອກເອົາຫົວຂໍ້ຂອງປີນີ້ແມ່ນ “ກະຈາຍສຽງປ່ຽນແປງໃໝ່ ແລະ ມີຫຼາຍຮູບຫຼາບແບບ”. ເພາະວ່າ ຖ້າຢາກໃຫ້ຄົງຕົວ ແລະ ພັດທະນາ ຂະແໜງກະຈາຍສຽງ ຕ້ອງປ່ຽນແປງໃໝ່ຢ່າງຮອບດ້ານນັບແຕ່ລາຍການ, ວິທີການສຳຜັດກັບບັນຫາ, ວິທີການຂຸດຄົ້ນຂໍ້ມູນຂ່າວສານໃນການປ່ຽນແປງໃໝ່ກ່ຽວກັບເຕັກໂນໂລຢີ, ເຮັດແນວໃດເພື່ອສ້າງຜະລິດຕະພັນທີ່ດີທີ່ສຸດ ໃຫ້ແກ່ມະຫາຊົນ”.

        ໃນຂອບເຂດງານມະໂຫລານ ໄດ້ດຳເນີນກອງປະຊຸມສຳມະນາສາກົນທາງອອນລາຍ ເຊິ່ງມີການເຊື່ອມຕໍ່ກັບບາງຈຸດຢູ່ຕ່າງປະເທດ, ບັນດານັກຊ່ຽວຊານ ແລະ ຄູ່ອາຈານ ຂອງສະຫະສະມາຄົມວິທະຍຸ, ໂທລະພາບອາຊີ - ປາຊີຟິກ (ABU), ກອງປະຊຸມສຳມະນາດ້ານເຕັກນິກເຕັກໂນໂລຢີການສື່ສານໃນຍຸກດີຈີຕອນ, ງານວາງສະແດງພາບຖ່າຍກ່ຽວກັບການເຄື່ອນໄຫວດ້ານວິຊາການຂອງນັກຂ່າວ, ບັນນາທິການ, ນັກເຕັກນິກບັນດາສະຖານີວິທະຍຸ - ໂທລະພາບພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ