(vovworld) – ຕອນເຊົ້າວັນທີ 23/4, ຢູ່ນະຄອນ ດ່າລາດ (ແຂວງ ເລີມດົ່ງ), ງານມະໂຫລານກະຈາຍສຽງທົ່ວປະເທດ ຄັ້ງທີ 11 ປີ 2014 ໄດ້ເລີ່ມເຄື່ອນໄຫວເປັນມື້ທຳອິດ. ສະພາກວດສອບເຊິ່ງລວມມີບັນດາອະນຸກຳມະການ: ລາຍການອອກອາກາດສົດ, ເລື່ອງລາວຜ່ານໂທລະໂຄ່ງ - ສາລະຄະດີ ແລະ ລາຍການສັງລວມ - ສຳພາດຈະຖືກກວດສອບເພື່ອຈັດອັນດັບບັນດາລາຍການກະຈາຍສຽງຢູ່ຮອບຄັດເລືອກ. ຕາມທ່ານ ໂງຮ່ວາຍນາມ ແລ້ວ, ຫົວໜ້າພະແນກປະຈຳການບັນນາທິການ, ວິທະຍຸກະຈາຍສຽງ ປະຊາຊົນ ນະຄອນ ໂຮ່ຈີມິນ (VOH), ຫົວໜ່ວຍເຂົ້າຮ່ວມງານມະໂຫລານ, ໃຫ້ຮູ້ວ່າ:
“ເມື່ອເຂົ້າຮ່ວມງານມະໂຫລານຂະໜາດໃຫຍ່ຄືແນວນີ້, ຂ້າພະເຈົ້າຄິດວ່າ ມີຫຼາຍກາລະໂອກາດເພື່ອໃຫ້ພວກຂ້າພະເຈົ້າຮຳ່ຮຽນ, ຖອດຖອນບົດຮຽນຈາກ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ບັນດາສະມາຄົມນັກຂ່າວ, ວິທະຍຸກະຈາຍສຽງແຂວງ, ນະຄອນ. ວິທະຍຸກະຈາຍສຽງແຕ່ລະແຫ່ງລ້ວນແຕ່ມີຈຸດໃໝ່, ລ້ວນແຕ່ມີຄວາມຂະຫຍັນຂັນເຄື່ອນ, ຫົວຄິດປະດິດສ້າງສະເພາະຂອງຕົນ. ຂ້າພະເຈົ້າຄິດວ່າງານມະໂຫລານກະຈາຍສຽງ ຄັ້ງທີ 11 ປີ 2014 ກໍ່ແມ່ນກາລະໂອກາດເພື່ອໃຫ້ພວກເຮົາຖອດຖອນບົດຮຽນເຊິ່ງກັນ ແລະ ກັນ”