ການຕີກອງໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 12
(vovworld) – ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 12 ປີ 2016 ດ້ວຍຫົວຂໍ້ວ່າ “ກະຈາຍສຽງທັນສະໄໝໃນຫຼາຍພື້ນຖານ” ໂດຍວິທະຍຸກະຈາຍສຽງ ຫວຽດນາມ (VOV) ສົມທົບກັບສະຖານີວິທະຍຸ - ໂທລະພາບແຂວງ ແຄ໋ງຮ່ວາ ຈັດຕັ້ງໄດ້ໄຂຂຶ້ນໃນຕອນຄຳ່ວັນທີ 20/4, ຢູ່ນະຄອນ ຍາຈາງ, ແຂວງ ແຄ໋ງຮ່ວາ. ກ່າວຄຳເຫັນທີ່ພິທີໄຂງານມະໂຫລານ, ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ VOV, ຫົວໜ້າຄະນະຈັດຕັ້ງງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 12 ປີ 2016, ເນັ້ນໜັກວ່າ:
“ຕ້ອງເຮັດແນວໃດເພື່ອໝູນໃຊ້ບັນດາທ່າແຮງຂອງຮູບແບບສື່ສານໃນຫຼາຍພື້ນຖານ? ເຮັດແນວໃດເພື່ອມີບັນດາບົດທີ່ສ້າງຄວາມດຶງດູດສາທາລະນະຊົນເປັນຈຳນວນຫຼວງຫຼາຍໄດ້? ຫວັງວ່າ, ຜ່ານບັນດາການເຄື່ອນໄຫວດ້ານວິຊາສະເພາະໃນຂົງເຂດງານມະໂຫລານກະຈາຍສຽງ, ພິເສດແມ່ນຜ່ານກອງປະຊຸມສຳມະນາ 3 ຄັ້ງກ່ຽວກັບວຽກງານກະຈາຍສຽງໃນສັງກະລາດສື່ມວນຊົນຫຼາຍຮູບແບບພັດທະນາດີທີ່ສຸດ… ສິ່ງສຳຄັນທີ່ສຸດ ແລະ ເປັນພື້ນຖານທີ່ສຸດນັ້ນແມ່ນຍາມໃດພວກເຮົາກໍ່ໃຫ້ບຸລິມະສິດອັນດັບໜຶ່ງແກ່ມະຫາຊົນ. ເຮັດໄດ້ສິ່ງດັ່ງກ່າວ, ກະຈາຍສຽງຈະກໍ່ມີທີ່ຕັ້ງຢ່າງເໝາະສົມໃນໝູ່ມະຫາຊົນຢູ່ສະເໝີ.”