ໄຂງານມະໂຫລານຂັບເພງພື້ນເມືອງຫວຽດນາມ ປີ 2015 ເຂດໄຕງວຽນ

ໄຂງານມະໂຫລານຂັບເພງພື້ນເມືອງຫວຽດນາມ ປີ 2015 ເຂດໄຕງວຽນ - ảnh 1
(ງານມະໂຫລານຂັບເພງພື້ນເມືອງຫວຽດນາມ ປີ 2015 ເຂດໄຕງວຽນ)

(vovworld) – ພິທີໄຂ​ງານ​ມະ​ໂຫລານ​ຂັບ​ເພງ​ພື້ນ​ເມືອງ​ຫວຽດນາມ ປີ 2015 ​ເຂດ​ໄຕ​ງວຽນ ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 03/04, ຢູ່​ເຮືອນ ​ຣົງວັດທະນະທຳ​ຢູ່ບ້ານ Kon Klor, ນະຄອນ ກອນ​ຕຸ​ມ, ​ແຂວງ​ກອນ​ຕຸ​ມ, ​ໂດຍຊ່ອງ​ໂທລະພາບຫວຽດນາມ (VTV) ຈັດ​ຕັ້ງ. ​ງານ​ມະ​ໂຫລານ​ຂັບ​ເພງ​ພື້ນ​ເມືອງ​ຫວຽດນາມ ປີ 2015 ​ເຂດ​ໄຕ​ງວຽນ ມີ 5 ຫົວໜ່ວຍ​​ເຂົ້າ​ຮ່ວມເຊິ່ງລວມມີ​ແຂວງ ​ເລີມ​ດົ່ງ, ດັກ​ນົງ, ດັກ​ລັກ, ຢາ​ລາຍ ​ແລະ ກອນ​ຕຸ​ມ​. ​ໃນ​ຄໍ່າ​ຄືນ​ໄຂ​ງານ​ມະ​​ໂຫລານ, ​ໄດ້ມີນັກ​ສິລະ​ປິນ 70 ຄົນ​ທີ່​ມາ​ຈາກ 4 ຊົນ​ເຜົ່າຄື: ບາ​ນາ, ກຮໍ, ມນົງ, ​ເອ​ເດ ​​ສະ​ແດງ 15 ລາຍການ. ຜູ້​ຊົມ​ພາຍ​ໃນ​ປະ​ເທດ ​ແລະ ​ເພື່ອນ​ມິດສາ​ກົນ​ນັບ​ພັນ​ຄົນ ​ໄດ້​ຮັບ​ຊົມ​ບັນດາ​ທຳນອງເພງພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ​ດິນ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍສີສັນວັດທະນະທຳ​​ໄຕ​ງວຽນ. ພາຍຫຼັງ​​ງານ​ມະ​ໂຫລານຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 03/04, ຄະນະ​ຈັດ​ຕັ້ງ​​ໄດ້ຂັດ​ເລືອກ​ບັນດາ​ລາຍການ​ທີ່​ເປັນ​ເອກະລັກ​ສະ​ເພາະເພື່ອ​ສະ​ແດງ​ໃນ​ຄໍ່າ​ຄືນວັນ​ທີ 04/04,  ​ແລະ ສະ​ແດງ​ໃນງານ​ມະ​ໂຫລານ​ຂັບ​ເພງ​ພື້ນ​ເມືອງ​ຫວຽດນາມ ປີ 2015 ​ເຊິ່ງ VTV ຈັດ​ຕັ້ງ​ຢູ່​ແຂວງ​ເງັ້ອານ ​ໃນ​ກາງ​ເດືອນ 05 ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ