ງານມະໂຫລານວ່າວສາກົນຄັ້ງທີ 7 ດ້ວຍຫົວຂໍ້ “ ຈັ່ງຫວະສັນຕິພາບ” |
(vovworld)- ວັນທີ 9/12, ຢູ່ນະຄອນວູ້ງເຕົາ, ແຂວງບາເຣ້ຍ-ວຸ້ງເຕົາ, ງານມະໂຫລານວ່າວສາກົນຄັ້ງທີ 7, ດ້ວຍຫົວຂໍ້ “ ຈັ່ງຫວະສັນຕິພາບ”ໄດ້ຖືກໄຂຂຶ້ນຢ່າງເປັນທາງການ. ” ງານມະໂຫລານວ່າວສາກົນຄັ້ງທີ 7 ປີ 2016 ມີນັກສິລະປະການ 94 ຄົນ, ໃນນັ້ນມີນັກສິລະປະການຊາວຕ່າງປະເທດ 64 ຄົນທີ່ມາຈາກ 23 ປະເທດ ແລະ ເຂດແຄ້ວນໃນໂລກ ແລະ ນັກສິລະປະການ 30 ຄົນທີ່ຂຶ້ນກັບບັນດາສະໂມສອນວ່າວພາກເໜືອ-ພາກກາງ-ພາກໃຕ້ຂອງຫວຽດນາມ.
ງານມະໂຫລານວ່າວສາກົນຄັ້ງທີ 7 ດ້ວຍຫົວຂໍ້ “ ຈັ່ງຫວະສັນຕິພາບ” ດຳເນີນແຕ່ວັນທີ 9 ຫາວັນທີ 11/12 ຢູ່ນະຄອນວຸ້ງເຕົາ, ໃນຂອບເຂດງານມະໂຫລານຄັ້ງນີ້ກໍຈະຖືກດຳເນີນບັນດາຊຸດຮຽນເຮັດວ່າວໂດຍບັນດານັກສິລະປະການຊາວຕ່າງປະເທດຮັບຜິດຊອບຢູ່ບັນດາໂຮງຮຽນມັດທະຍົມຕອນຕົ້ນໃນບໍລິເວນແຂວງບາເຮ້ຍ-ວຸ້ງເຕົາ.