ງານມະໂຫລານສິລະປະອາຊີບ 5 ປະເທດ
ພາບ:vnexpress.net
|
(vovworld)- ງານມະໂຫລານສິລະປະອາຊີບ 5 ປະເທດຄື: ຫວຽດນາມ,ລາວ, ກຳປູເຈຍ, ມຽນມາ ແລະໄທ ປີ 2016 ຖືກໄຂຂຶ້ນໃນຕອນຄ່ຳວັນທີ 18/7 ຢູ່ ແຂວງ ກວ໋າງຈີ. ເຂົ້າຮ່ວມງານມະໂຫລານ, ມີ 21 ກອງສິລະປະ, ໃນນັ້ນ ມີ 17 ກອງສິລະປະພາຍໃນປະເທດ ແລະ 4 ກອງສິລະປະມາຈາກຕ່າງປະເທດ ທີ່ສະແດງກວ່າ 200 ລາຍການສິລະປະ. ທ່ານ ເວືອງຢູນບຽນ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ:
“ງານມະໂຫລານສິລະປະແມ່ນການເຄື່ອນໄຫວເພື່ອໂຄສະນາປະເທດຊາດ, ປະຊາຊົນ, ຮັດແຫນ້ນຄວາມສາມັກຄີມິດຕະພາບທີ່ມີມາແຕ່ດົນນານລະຫວ່າງບັນດາປະເທດບ້ານໃກ້ເຮືອນຄຽງຂຶ້ນກັບອະນຸພາກພື້ນແມ່ນ້ຳຂອງ ແລະ ບັນດາປະເທດໃນປະຊາຄົມອາຊຽນ. ຜ່ານງານມະໂຫລານ, ພວກເຮົາມີບັນດາການກຳນົດທິດອັນຖືກຕ້ອງໃນວຽກງານຄຸ້ມຄອງ ກໍ່ສ້າງ, ບຳລຸງແຫລ່ງຊັບພະຍາກອນມະນຸດ, ພິເສດ ເຊີດຊູນັກສິລະປິນທີ່ມີຄວາມເກັ່ງກ້າສາມາດຢ່າງທັນການ, ປະກອບສ່ວນຊຸກຍູ້ພື້ຖນານສິລະປະຂອງປະເທດຊາດໃຫ້ນັບມື້ນັບພັດທະນາ.”
ງານມະໂຫລານ ຈະອັດລົງໃນວັນທີ 25/7. ໃນໄລຍະດຳເນີນງານມະໂຫລານ, ຄະນະຈັດຕັ້ງໄດ້ຄັດເລືອກ 5 ລາຍການດີເດັ່ນເພື່ອໄປສະແດງຮັບໃຊ້ປະຊາຊົນແຂວງ ກວ໋າງຈີ້.