ໄຂງານມະໂຫລານອາຫານການກິນບັນດາປະເທດຄັ້ງທີ11
ງານມະໂຫລານອາຫານການກິນບັນດາປະເທດຄັ້ງທີ11
(ພາບ: news.zing.vn)
(vovworld) - ຕອນຄ່ຳວັນທີ 15/12, ຢູ່ສວນສາທາລະນະ ເລວັນຕ໋າມ, ພະແນກທ່ອງທ່ຽວນະຄອນໂຮ່ຈິມິນ ໄດ້ຈັດພິທີໄຂງານມະໂຫລານອາຫານການກິນບັນດາປະເທດ ຄັ້ງທີ 11 ປີ 2016 ດ້ວຍຫົວຂໍ້ “ສີລະປະໃນການເຮັດອາຫານການກິນຫຼາຍລົດຊາດ”. ເຂົ້າຮ່ວມງານມະໂຫລານມີຮ້ານອາຫານ 150 ຮ້ານທີ່ຕາງໜ້າໃຫ້ 20 ພື້ນຖານອາຫານການກິນສາກົນ. ກ່າວຄຳເຫັນໄຂງານມະໂຫລານ, ທ່ານ ບຸ່ຍຕ໋າຮ່ວາງຫວູ, ຫົວໜ້າພະແນກທ່ອງທ່ຽວນະຄອນ ໃຫ້ຮູ້ວ່າ, ງານມະໂຫລານອາຫານການກິນບັນດາປະເທດ ແມ່ນເຫດການປະຈຳປີຂອງຂະແໜງທ່ອງທ່ຽວນະຄອນ, ເພື່ອແນໃສ່ເຊີດຊູ, ຂຸດຄົ້ນທ່າແຮງຂອງວັດທະນະທຳອາຫານການກິນຂອງຫວຽດນາມ.
ງານມະໂຫລານຖືກດຳເນີນໃນລະຫວ່າງວັນທີ 15 – 18/12, ຜູ້ເຂົ້າຮ່ວມຊົມງານຈະໄດ້ຮັບປະທານບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງຫຼາຍປະເທດໃນໂລກ.