(VOVWORLD) -ງານວາງສະແດງ ໄດ້ນຳມາວາງສະແດງກ່ວາ 200 ຮູບພາບ, ເອກະສານ, ວັດຖຸພັນລວມມີ 4 ເນື້ອໃນ.
ທ່ານເລຫູ້ວຮຸຍ-ຜູ້ອຳນວຍການຫໍພິພິຕະພັນປະຫວັດສາດກອງທັບຫວຽດນາມ ກ່າວຄຳເຫັນທີ່ພິທີໄຂງານວາງສະແດງ
ຕອນບ່າຍວັນທີ 20 ສິງຫາ, ຢູ່ຮ່າໂນ້ຍ, ຫໍພິພິຕະພັນປະຫວັດສາດກອງທັບຫວຽດນາມ ໄດ້ຈັດພິທີ ໄຂງານວາງສະແດງ “ນາຍພົນແຫ່ງເທບນິຍາຍ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດທ່ານພົນເອກ ຫວໍງວຽນຢາບ ຄົບຮອບ 110 ປີ(25/8/1911-25/8/2021). ງານວາງສະແດງໄດ້ອັບເດັດໃນເວບໄຊຂອງ ຫໍພິພິຕະພັນປະຫວັດສາດກອງທັບຫວຽດນາມ (http://baotanglichsuquansu.vn). ຊື່ງໄດ້ນຳມາວາງສະແດງກ່ວາ 200 ຮູບພາບ, ເອກະສານ, ວັດຖຸພັນລວມມີ 4 ເນື້ອໃນຕົ້ນຕໍຄື: ໃນແມ່ນ້ຳກຽນຢາງ; ເສັ້ນທາງໄປເຖິງການປະຕິວັດ; ນາຍພົນແຫ່ງເທບນິຍາຍ-ນາຍພົນຂອງ ປຊຊ. ງານວາງສະແດງຍັງໄດ້ວາງສະແດງບັນດາວັດຖຸພັນທີ່ດີເດັ່ນ, ຕິດພັນກັບຊີວິດ ແລະພາລະກິດຂອງ ທ່ານພົນເອກ ຫວໍງວຽນຢາບ.
ຕາມແຜນການ, ພິທີສະເຫຼີມສະຫຼອງວັນຄ້າຍວັນເກີດທ່ານພົນເອກ ຫວໍງວຽນຢາບ ຄົບຮອບ 110 ປີຈະຖືກຈັດຂຶ້ນດ້ວຍຂອບຂະໜາດລະດັບຊາດຢູ່ແຂວງ ກວາງບິນ ໃນວັນທີ 25 ສິງຫາທີ່ຈະມາເຖິງ ແຕ່ຍ້ອນສະພາບການໂລກລະບາດໂຄວິດ 19 ພວມມີການຜັນແປຢ່າງສັບສົນ, ຄະນະປະຈຳຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ຕົກລົງວ່າຈະຈັດຕັ້ງພິທີດັ່ງກ່າວໃນເວລາທີ່ເໝາະສົມ.