(vovworld) – ຕອນເຊົ້າວັນທີ 15/8, ຢູ່ແຂວງທ໋າຍບິ່ນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ສົມທົບກັບຄະນະກຳມະການປະຊາຊົນແຂວງທ໋າຍບິ່ນ ໄຂງານວາງສະແດງ, ສະແດງກ່ຽວກັບການເຊື່ອມຕໍ່ລະຫວ່າງຄວາມຕ້ອງການ - ການສະໜອງເຕັກໂນໂລຢີເຂດທົ່ງພຽງແມ່ນ້ຳແດງ - ທ໋າຍບິ່ນ TechDemo 2013. ກ່າວຄວາມເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫງວຽນກວນ, ໃຫ້ຮູ້ວ່າ:
“ການເຄື່ອນໄຫວນີ້ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມທີ່ມີລັກສະນະກຳນົດທິດຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ເພື່ອແນໃສ່ຊຸກຍູ້ການນຳໃຊ້, ຖ່າຍທອດເຕັກໂນໂລຢີ ໃຫ້ວິສາຫະກິດ ແລະ ບັນດາອົງການຈັດຕັ້ງຢູ່ທ້ອງຖີ່ນ, ຍົກສູງກຳລັງແກ່ງແຍ້ງສິນຄ້າຂອງວິສາຫະກິດ, ສ້າງເງື່ອນໄຂໃຫ້ບັນດານັກວິທະຍາສາດນຳໃຊ້ຜົນງານຂອງຕົນເຂົ້າໃນການຜະລິດ ດຳເນີນທຸລະກິດ, ປະກອບສ່ວນພັດທະນາເສດທະກິດຢ່າງແທ້ຈິງ“.
ລາຍການນີ້ດຶງດູດການເຂົ້າຮ່ວມຂອງ 65 ຫົວໜ່ວຍທັງຢູ່ພາຍໃນ ແລະ ຕ່າງປະເທດ. ບັນດາຫົວໜ່ວຍດັ່ງກ່າວໄດ້ແນະນຳ, ວາງສະແດງ, ສະແດງເຕັກໂນໂລຢີໃໝ່, ອຸປະກອນທີ່ກ້າວໜ້າ 100 ກວ່າປະເພດ.