ໄຂງານວາງສະແດງ ແລະ ກອງປະຊຸມສຳມະນາ Mining Vietnam 2012

ໄຂງານວາງສະແດງ ແລະ ກອງປະຊຸມສຳມະນາ Mining Vietnam 2012 - ảnh 1
ງານວາງສະແດງ Mining Vietnam 2012
                           ພາບ:baomoi.com

(vovworld) - ຕອນ​ເຊົ້າ​ວັນ​ທີ 7/3 ຢູ່ ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ພິທີ​ໄຂ​ງານ​ວາງສະ​ແດງ ​ແລະ ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ຊັ້ນ​ນຳ ຫວຽດນາມ ກ່ຽວ​ກັບ​ການ​ຂຸດ​ຄົ້ນ​ແຮ່​ທາດ ​ແລະ ຟື້ນ​ຟູ​ຊັບພະຍາກອນ​ທຳ​ມະ​ຊາດ ພາຍ​ໃຕ້​ຫົວ​ຂໍ້​ວ່າ: Mining Vietnam 2012. ງານ​ວາງສະ​ແດງ​ໄດ​​້ດຶງ​ດູດ​ກວ່າ 140 ບໍລິສັດ​ທີ່​ມາ​ຈາກ 28 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ, ​ໃນ​ນັ້ນ ມີ​ບັນດາ​ຮ້ານ​ວາງສະ​ແດງ​ສາກົນ​ໃຫຍ່​ຂອງ ອົດ​ສະ​ຕາ​ລີ, ​ເຢຍລະ​ມັນ,​ ​ໂປ​ໂລ​ຍ, ອາ​ເມ​ລິ​ກາ ​ແລະ 40 ບໍລິສັດ​ຊັ້ນ​ນຳ​ຂອງ​ຫວຽດນາມ. ຜະລິດ​ຕະພັນ​ທີ່​ນຳ​ມາ​ວາງສະ​ແດງ​ໃນ​ຄັ້ງ​ນີ້​ແມ່ນ: ​ເຄື່ອງ​ອຸປະກອນ​ໄຟຟ້າ, ​ເຄື​ື່ອງອັດຕະ​ໂນ​ມັດ, ກົນ​ຈັກ ​ແລະ ອຸປະກອນ​ຮັບ​ໃຊ້​ສະ​ເພາະ​ໃຫ້​ແກ່​ຂະ​ແຫນງ​ຂຸດ​ຄົ້ນ​ແຮ່​ທາດ. ​ເຫດການ​ດັ່ງກ່າວເພື່ອ​ແນະນຳທິດ​ສຳ​ພັດ​​ໃຫມ່, ບັນດາ​ມາດ​ຕະການ​ທີ່​ກ້າວຫນ້າ​ທີ່​ສຸດ ​ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ ຊຶ່ງ​ຂະ​ແຫນງ​ຂຸດ​ຄົ້ນ​ແຮ່​ທາດ ​ແລະ ຟື້ນ​ຟູ​ຊັບພະຍາກອນ​ທຳ​ມະ​ຊາດ​ຂອງ​ຫວຽດນາມ. ທ່ານ​ ຫງວຽນ​ດັກ​ວີ​ງ ປະທານ​ສະມາຄົມ​ທໍ​ລະນີສາດ​ຫວຽດນາມ ​​ເວົ້າ​ວ່າ:

        “ນີ້​​ແມ່ນ​ຄັ້ງ​ທຳ​ອິດ​ທີ່ຫວຽດນາມ ຈັດ​ຕັ້ງ​ການແນະນຳ​ບັນດາ​ເຕັກ​ໂນ​​ໂລ​ຊີ, ກົນ​ຈັກ​ທີ່​ກ້າວຫນ້າ​ທີ່​ສຸດ​ຂອງ​ໂລກ ຮັບ​ໃຊ້​ການ​ຂຸດ​ຄົ້ນ​ແຮ່​ທາດ. ​ໃນ​ຫລາຍ​ປີຜ່ານມາ, ຫວຽດນາມ ຕ້ອງ​ນຳ​ເຂົ້າ​ກົນ​ຈັກ, ອຸປະກອນ​ຂຸດ​ຄົ້ນ​ແຮ່​ທາດ​ຈາກ​ຕ່າງປະ​ເທດ ສະ​ນັ້ນ ​ໃນ​ວິວັດ​ການ​ຂຸດ​ຄົ້ນ​ຍັງ​​ຜິດພາດ​ເກີດ​ຄວາມ​ເສຍ​ຫາຍ​ຍ້ອນ​ກົນ​ຈັກ​ຫລ້າຫລັງ. ສະ​ນັ້ນ ງານ​ວາງສະ​ແດງ​ແມ່ນ​ໂອກາດ​ທີ່​ດີ ​ເພື່ອ​ໃຫ້​ບັນດາ​ນັກວິທະຍາສາດ ​ແລະ ​ເປັນ​ຕົ້ນ​ແມ່ນ​ບັນດາ​ບໍລິສັດ​ຜະລິດ​ສາມາດ​ປຽບທຽບ, ຖອດ​ຖອນ​ບົດຮຽນ ຈາກ​ນັ້ນ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ອຸປະກອນ​ພາຍ​ໃນ​ປະ​ເທດ​ຂຶ້ນ.”

        ງານ​ວາງສະ​ແດງ  Mining Vietnam 2012 ​​ໄດ້​ຮັບ​ຖື​ວ່າ​ແມ່ນ​ເຫດການ​ການ​ຄ້າ​ເພື່ອ​ຊຸກຍູ້​ຂະ​ແຫນງ​ອຸດສາຫະກຳ​ຂຸດ​ຄົ້ນ​ແຮ່​ທາດ​ພັດທະນາ​ກວ່າ​ອີກ ​ແລະ ນຳ​ຂະ​ແຫນງ​ອຸດສາຫະກຳ​ກາຍ​ເຫັນ​ຂະ​​ແຫນງ​ອຸດສາຫະກຳ​ປາຍ​ແຫລ​ມຂອງ​ຫວຽດນາມ. ງານ​ວາງສະ​ແດງ​ດັ່ງກ່າວ​ຈັດ​ຂຶ້ນ​ແຕ່​ວັນ​ທີ 7 - 9/3 ຢູ່​ສູນ​ວາງສະ​ແດງ​ສາກົນ​ຮ່າ​ໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ