ໄຂງານວາງສະແດງຍານພາຫະນະແລະອຸດສາຫະກຳສຳຮອງສາກົນ(Vietnam AutoExpo2016)

ໄຂງານວາງສະແດງຍານພາຫະນະແລະອຸດສາຫະກຳສຳຮອງສາກົນ(Vietnam AutoExpo2016) - ảnh 1
(ພາບປະກອບຈາກ vneconomy.vn)

(vovworld) – ​ໂດຍ​ໄດ້​ຮັບ​ການ​ອຸປະຖ​ຳຂອງ​ກະຊວງ​ອຸດສາຫະກຳ ການ​ຄ້າ ​ແລ​ະ ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ, ງານ​ວາງ​ສະ​ແດງ​ສາກົນ ຄັ້ງ​ທີ 13 ກ່ຽວ​ກັບ​ຍານພາຫະນະ​ ​ແລະ ອຸດສາຫະກຳ​ສຳຮອງ - Vietnam AutoExpo 2016 ​​ໄດ້ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 8/6, ຢູ່ຮ່າ​ໂນ້ຍ. ບັນດາ​ຂົງ​ເຂດ​ຜະລິດ​ຕະພັນ​ໄດ້​ນຳ​ມາ​ວາງສະ​ແດງ​ລວມມີ​ບັນດາ​ປະ​ເພດ​ຍານພາຫະນະ​ຄື​ລົດ​​ທ່ອງ​ທ່ຽວ, ລົດ​ຂົນ​ສົ່ງ, ລົດ​ເມ, ລົດຈັກ… ບັນດາ​ຂະ​ແໜງ​ອຸດສາຫະກຳ​ສຳ​ຮອງ​ຄື: ອຸປະກອນ​ຮັບ​ໃຊ້​ການ​ປຸງ​ແຕ່ງ, ຜະລິດ ​ແລະ ປະກອບ​ລົດ​ໂອ​ໂຕ, ລົດຈັກ, ລົດ​ຖີບ ​ແລະ ​ເຄື່ອນ​ອາ​ໄຫຼ່​ຕ່າ​ງໆ. ນອກຈາກ​ການ​ມີ​ໜ້າ​ຂອງ​ບັນດາ​ຫົວໜ່ວຍ​ຜະລິດ​ດຳ​ເນີນ​ທຸລະ​ກິ​ດພາຍ​ໃນ​ປະ​ເທດ​ແລ້ວ, ງານ​ວາງສະ​ແດງ​ຄັ້ງ​ນີ້​ຍັງ​ມີ​ບ່ອນ​ວາງສະ​​ແດງ​ສະ​ເພາະຂອງ​ບັນດາ​ວິ​ສາ​ຫະກິດ​ທີ່ມາ​ຈາກ​ປະ​ເທດໄທ, ສ. ​ເກົາຫຼີ, ຈີນ, ຍີ່ປຸ່ນອີກດ້ວຍ…


ຂ່າວ/ບົດ​ອື່ນ