ພົນເອກ ຫວໍງວຽນຢາບ
(ພາບປະກອບ)
|
(vovworld) – ວັນທີ 26/4, ຢູ່ເຂດສາລາ - ວິຫານ ກວກເຕື໋ອງລີງຕື່ (ຢູ່ຕາແສງ ວັນມົນ, ເມືອງ ອຽນຟອງ, ແຂວງ ບັກນີງ), ຫໍພິພິດຕະພັນປະຫວັດສາດການທະຫານ ຫວຽດນາມ ໄດ້ສົມທົບກັບສະມາຄົມວິທະຍາສາດປະຫວັດສາດ ຫວຽດນາມ, ສະມາຄົມມໍລະດົກ ຫວຽດນາມ, ສະມາຄົມນັກວິສາຫະກິດໜຸ່ມແຂວງ ບັກນີງ ໄດ້ຈັດຕັ້ງງານວາງສະແດງ ວິຈິດສີນ ນາຍພົນທີ່ມີຊື່ສຽງ ຫວຽດນາມ. ງານວາງສະແດງໄດ້ດຶງດູດບັນດາຜະລິດຕະພັນ ສິລະປະຫຼາຍປະເພດຄື: ແກະຄວັດສະຫຼັກ, ຈິດຕະກຳ, ຖ່າຍຮູບ ແລະ ບົດກະວີ, ບົດເພງ, ເຊິ່ງໄດ້ວາດພາບຮູບພາບຂອງບັນດານັກວິລະຊົນ, ນາຍພົນ, ກ່ຽວກັບປະເທດຊາດ, ຊາວ ຫວຽດນາມ. ໃນນັ້ນ, ງານວາງສະແດງໄດ້ສຸມໃສ່ເຮັດໃຫ້ຮູບພາບຂອງບັນດານັກວິລະຊົນຂອງຊາດ, ນາຍພົນຜູ້ມືຊື່ສຽງຄື: ທ່ານປະທານ ໂຮ່ຈີມິນ ແລະ ບັນດານາຍພົນຄື: ຫວໍງວຽນຢາບ, ຫງວຽນຈີ໋ແທງ, ເລຈ້ອງເຕີ໋ນ, ຮ່ວາງວັນທ໋າຍ… ກໍ່ທີ່ງານວາງສະແດງ, ປະຊາຊົນຍັງມີໂອກາດໄດ້ພົບປະແລກປ່ຽນ, ໂອ້ລົມສົນທະນາກັບບັນດາຕົວພະຍານປະຫວັດສາດ. ງານວາງສະແດງດຳເນີນໄປຮອດວັນທີ 28/4.