ໄຂງານວາງສະແດງສື່ມວນຊົນຫວຽດນາມປີ2016ຢູ່ລາວ
My Binh, ນັກຂ່າວVOVປະຈຳລາວ -  
ພິທີຕັດແຖບຜ້າໄຂງານວາງສະແດງ
|
(vovworld) – ຕອນບ່າຍວັນທີ 8/4, ຢູ່ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ທີ່ນະຄອນຫຼວງ ວຽງຈັນ, ໄດ້ໄຂງານວາງສະແດງສື່ມວນຊົນ ຫວຽດນາມ ປີ 2016. ທ່ານ ຫງວຽນຮົ່ງມິງ, ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ສື່ມວນຊົນ ຫວຽດນາມ ນັບມື້ນັບພັດທະນາທັງດ້ານປະລິມານ ແລະ ຄຸນນະພາບ, ໄປຄຽງຄູ່ກັບສະພາບການທຸກດ້ານຂອງປະເທດຊາດໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ສື່ມວນຊົນຍັງໄດ້ສະໜອງຮອບດ້ານກ່ຽວກັບສະພາບການສາກົນ. ສື່ມວນຊົນ ຫວຽດນາມ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບບັນດາຜົນສຳເລັດ ແລະ ສະພາບການການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມຂອງພັກ, ລັດ ແລະ ປະຊາຊົນ ລາວ.
ຜ່ານບັນດາສື່ສິ່ງພິມຂອງ ຫວຽດນາມ ແລະ ລາວ, ໄດ້ຊ່ວຍໃຫ້ປະຊາຊົນ ລາວ ແລະ ຊາວ ຫວຽດນາມ ດຳລົງຊີວິດຢູ່ ລາວ ມີຄວາມເຂົ້າໃຈກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ ກໍ່ຄືປະກອບສ່ວນປັບປຸງນຳ້ໃຈມິດຕະພາບ ຫວຽດນາມ - ລາວ.
My Binh, ນັກຂ່າວVOVປະຈຳລາວ