ໄຂງານວາງສະແດງຮູບພາບບຸນປີໃໝ່ປະຈຳຊາດ ຫວຽດນາມ - ຈີນ ຢູ່ປັກກິງ

(VOVWORLD) -ໂດຍຮັບຄຳເຊີນຂອງກະຊວງວັດທະນະທຳ ຈີນ, ທ່ານ ຫງວຽນງອກທ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ຄະນະປະຕິບັດງານຂັ້ນສູງໄດ້ຢ້ຽມຢາມ ຈີນ ຢ່າງເປັນທາງການ ແຕ່ວັນທີ 7 – 9 ມັງກອນ.

ໄຂງານວາງສະແດງຮູບພາບບຸນປີໃໝ່ປະຈຳຊາດ ຫວຽດນາມ - ຈີນ ຢູ່ປັກກິງ - ảnh 1 ໄຂງານວາງສະແດງຮູບພາບບຸນປີໃໝ່ປະຈຳຊາດ ຫວຽດນາມ - ຈີນ ຢູ່ປັກກິງ

(ພາບ: TTXVN)

ໃນຕອນບ່າຍວັນທີ 8 ມັງກອນ, ທ່ານ ລັດຖະມົນຕີ ຫງວຽນງອກທ້ຽນ ໄດ້ເຂົ້າຮ່ວມພິທີໄຂງານວາງສະແດງຮູບພາບບຸນປີໃໝ່ປະຈຳຊາດ ຫວຽດນາມ - ຈີນ ຢູ່ສະມາຄົມມິດຕະພາບການຕ່າງປະເທດປະຊາຊົນນະຄອນ ປັກກິ່ງ.

        ທີ່ງານວາງສະແດງ, ສາທາລະນະຊົນ ແລະ ແຂກຢ້ຽມຊົມມີໂອກາດໄດ້ຮັບຊົມບັນດາຊຸດຮູບພາບພື້ນເມືອງ ຫວຽດນາມ ດ້ວຍປະເພດທີ່ເປັນເອກະລັກສະເພາະຕ່າງໆຄື: ພາບ ດົງໂຮ່, ພາບ ຮ່າງຈົ໋ງ… ບັນດາຮູບພາບທີ່ມີສີສັນ ຫວຽດນາມນີ້ປະກອບມີ 3 ຫົວຂໍ້: ພາບບຸນປີໃໝ່ປະຈຳຊາດ, ພາບບູຊາ ແລະ ພາບທີ່ມີຄວາມໝາຍກ່ຽວກັບ ຄອບຄົວ, ກ່ຽວກັບມູນເຊື້ອ ແລະ ກົກເຄົ້າ. ສ່ວນບັນດາຮູບພາບພື້ນເມືອງທີ່ເປັນເອກະລັກສະເພາະຂອງ ຈີນ ກໍ່ກວມເອົາຫຼາຍຄຸນຄ່າກ່ຽວກັບຄວາມງາມ, ຈິດໃຈ ແລະ ການເຫຼື້ອມໃສຂອງຄົນບູຮານ. ບັນດາຮູບພາບພື້ນເມືອງຂອງ ຈີນ ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງຈຸດທີ່ຄ້າຍຄືກັນກັບ ຫວຽດນາມ ກ່ຽວກັບ ຮີດຄອງປະເພນີໃນການຊື້ຮູບພາບໃນໂອກາດບຸນປີໃໝ່, ສ້າງຄວາມອົບອຸ່ນ ແລະ ພາວະນາຂໍ້ໃຫ້ປີໃໝ່ປະສົບແຕ່ຄວາມໂຊກດີ ແລະ ຄວາມວັດທະນາຖາວອນ. ງານວາງສະແດງເປີດບໍລິການເຖິງວັນທີ 15 ມັງກອນ.

ຕອບກັບ

ຂ່າວ/ບົດ​ອື່ນ