ໄຂງານວາງສະແດງເຄື່ອງປັ້ນດິນເຜົາ “ສີສັນລະດູບານໃໝ່ 2024”

(VOVWORLD) - ເລື່ອງລາວກ່ຽວກັບຫົວຄິດປະດິດສ້າງໂດຍບັນດານັກຈິດຕະກອນປະຕິບັດບັນລຸຜົນສຳເລັດ, ໄດ້ນຳມາເຊິ່ງການພັດທະນາຢ່າງແຮງຂອງສິລະປະມູນເຊື້ອ ເພື່ອແຜ່ລາມອອກ ແລະ ສ້າງເປັນຖັນແຖວໃໝ່ໃຫ້ແກ່ເຄື່ອງປັ້ນດິນເຜົາ ຫວຽດນາມ ພັດທະນາ.
ໄຂງານວາງສະແດງເຄື່ອງປັ້ນດິນເຜົາ “ສີສັນລະດູບານໃໝ່ 2024” - ảnh 1ພິທີໄຂງານວາງສະແດງ
(ພາບ:dangcongsan.vn)

ຕອນຄ່ຳວັນທີ 26 ກຸມພາ, ງານວາງສະແດງເຄື່ອງປັ້ນດິນເຜົາ “ລະດູບານໃໝ່ 2024” ໄຂຂຶ້ນຢູ່ ຮ່າໂນ້ຍ. ນະທີ່ນີ້, ໄດ້ນຳຜະລິດຕະພັນ 120 ຢ່າງຂອງນັກສິລະປະກອນ 45 ຄົນເຊິ່ງເປັນສະມາຊິກສະໂມສອນເຄື່ອງປັ້ນດິນເຜົາສິລະປະ - ສະມາຄົມວິຈິດສິນ ຫວຽດນາມ ມາວາງສະແດງ. ທີ່ພິທີໄຂ, ທ່ານ ເລືອງຊວນດວ່ານ, ປະທານສະຄົມວິຈິດສິນ ຫວຽດນາມ ໄດ້ຕີລາຄາບັນດາຜົນງານທີ່ໄດ້ນຳມາວາງສະແດງຄັ້ງນີ້ໂດຍໄດ້ສະແດງບາດກ້າວຫັນປ່ຽນທີ່ສຳຄັນ, ມີຫົວຄິດປະດິດສ້າງ, ໄດ້ນຳມາເຊິ່ງຄວາມມຸ່ງຫວັງໃໝ່ໃຫ້ແກ່ການພັດທະນາຂອງເຄື່ອງປັ້ນດິນເຜົາ ຫວຽດນາມ. ເລື່ອງລາວກ່ຽວກັບຫົວຄິດປະດິດສ້າງໂດຍບັນດານັກຈິດຕະກອນປະຕິບັດບັນລຸຜົນສຳເລັດ, ໄດ້ນຳມາເຊິ່ງການພັດທະນາຢ່າງແຮງຂອງສິລະປະມູນເຊື້ອ ເພື່ອແຜ່ລາມອອກ ແລະ ສ້າງເປັນຖັນແຖວໃໝ່ໃຫ້ແກ່ເຄື່ອງປັ້ນດິນເຜົາ ຫວຽດນາມ ພັດທະນາ. ໃນງານວາງສະແດງ, ຜູ້ຊົມຈະໄດ້ຮັບຊົມບັນດາຜະລິດຕະພັນທີ່ງາມຕາ, ມີລັກສະນະປະດິດຄິດສ້າງກ່ຽວກັບຮູບຮ່າງ ແລະ ມີຄວາມເປັນຫຼາຍຮູບຫຼາຍແບບ.

ຕອບກັບ

ຂ່າວ/ບົດ​ອື່ນ