(ພາບປະກອບ)
(vovworld) - ປີທ່ອງທ່ຽວແຫ່ງຊາດປີ 2013 ແລະ ງານບຸນດອກຟາງແດງຫາຍຟ່ອງ ຄັ້ງທີ 2 ຖືກໄຂຂຶ້ນໃນຕອນຄໍ່າວັນທີ 11/05, ຢູ່ນະຄອນຫາຍຟ່ອງ. ປີທ່ອງທ່ຽວແຫ່ງຊາດເຂດທົງພຽງແມ່ນ້ຳແດງ - ຫາຍຟ່ອງປີ 2013 ດ້ວຍຫົວຂໍ້ວ້າ “ອະລິຍະທຳແມ່ນ້ຳແດງ”. ຈຸດຜົ້ນເດັ່ນຂອງປີທ່ອງທ່ຽວແຫ່ງຊາດເຂດທົ່ງພຽງແມ່ນນ້ຳແດງ - ຫາຍຟ່ອງ 2013 ແມ່ນສັບປະດາວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫາຍຟ່ອງ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 09 – 18/05 ດ້ວຍ 30 ເຫດການ. ທ່ານ ເລຄັກນາມ, ຮອງປະທານຄະນະກຳມະການປະຊາຊົນນະຄອນຫາຍຟ່ອງ ໃຫ້ຮູ້ວ່າ.
“ຈຸດພົ້ນເດັ່ນໃນຄໍ່າຄືນວັນທີ 11/05 ແມ່ນລະດົມບັນດານັກຮຽນ, ນັກສີລະປິນນັບພັນຄົນເຂົ້າຮ່ວມ. ພວກຂ້າພະເຈົ້າໄດ້ສົ່ງສານເຖິງນັກທ່ອງທ່ຽວທີ່ວ່າ ຫາຍຟ່ອງ ແມ່ນສະຖານທີ່ປອດໄພ, ໃກ້ຊິດສະໜິດສະໜົມກັບແຂກທ່ອງທ່ຽວ. ມາຫາຍຟ່ອງ ນັກທ່ອງທ່ຽວຈະໄດ້ຮັບການຕ້ອນຮັບຢ່າງສະໜິດສະໜົມ, ເຊິ່ງຈະສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ ແລະ ດຶງດູດເຂົາເຈົ້າສືບຕໍ່ກັບຄືນຫາຍຟ່ອງໃນຊຸມປີຕໍ່ໄປ.”