ໄຂວັນບຸນ ແມ່ຍິງ ເລີ່ມ Start up ເຂດ ພາກກາງ - ໄຕງວຽນ
(VOVWORLD) - ວັນບຸນຍັງມີຮ້ານວາງສະແດງແນະນຳບັນດາຜະລິດຕະພັນເລີ່ມ start up ຂອງແມ່ຍິງ ຢູ່ບັນດາແຂວງ, ນະຄອນໃນພາກພື້ນ 65 ຮ້ານ, ບັນດາຜະລິດຕະພັນທີ່ນຳໃຊ້ວິທະຍາສາດເຕັກໂນໂລຢີທີ່ເປັນແບບຢ່າງ
ບັນດາສະຫາຍການນຳຕັດຕັດແຖບຜ້າໄຂວັນບຸນ (ພາບ:quangnam.gov.vn) |
ຕອນຄ່ຳວັນທີ 16 ພຶດສະພາ, ຢູ່ແຂວງ ກ໋ວາງນາມ ຫວຽດນາມ ໄດ້ໄຂວັນບຸນແມ່ຍິງ ເລີ່ມ Start up ເຂດພາກກາງ - ໄຕງວຽນ ປີ 2019 ແລະ ວັນບຸນ ເລີ່ມຕົ້ນ Start up ປະດິດຄິດສ້າງ ແຂວງ ກ໋ວາງນາມ ຄັ້ງທີ 1 ໂດຍມີການເຂົ້າຮ່ວມຂອງ 15 ຄະນະຜູ້ແທນທີ່ມາຈາກ ບັນດາ ແຂວງ, ນະຄອນ ໃນເຂດ. ວັນບຸນມີການເຄື່ອນໄຫວຕ່າງໆຄື: ຈັດຕັ້ງເວທີປາໄສ, ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການລົງທຶນເລີ່ມ start up ຢ່າງມີຫົວຄິດປະດິດສ້າງ; ບົດບາດ ຂອງ ແມ່ຍິງໃນການເລີ່ມ start up ; ທຶນຮອນ , ວິທີການຄຸ້ມຄອງບໍລິຫານບັນດາວິສາຫະກິດໃນການເລີ່ມ start up , ວິທີການພັດທະນາສະຫະກອນຮ່ວມສຳພັນຕາມລະບົບມູນຄ່າ…ຄຽງຄູ່ກັນນັ້ນ, ວັນບຸນຍັງມີຮ້ານວາງສະແດງແນະນຳບັນດາຜະລິດຕະພັນເລີ່ມ start up ຂອງແມ່ຍິງ ຢູ່ບັນດາແຂວງ, ນະຄອນໃນພາກພື້ນ 65 ຮ້ານ, ບັນດາຜະລິດຕະພັນທີ່ນຳໃຊ້ວິທະຍາສາດເຕັກໂນໂລຢີທີ່ເປັນແບບຢ່າງ. ວັນບຸນແມ່ຍິງເລີ່ມ start up ເຂດພາກກາງ - ໄຕງວຽນໄດ້ດຳເນີນໃນລະຫວ່າງວັນທີ 16 – 18 ພຶດສະພາ.